ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດ ອິນເດຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ອິນເດຍ

pm visit india

ພາຍຫຼັງ​ສຳ​ເລັດການເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີມສະຫຼອງກາ​ນພົວພັນ​ອາຊຽນ-ອິນ​ເດຍຄົບ​ຮອບ 25 ປີ, ​ເຊິ່ງ​ຈັດ​ຂຶ້ນໃນວັນທີ 25 ມັງກອນ 2018 ຢູ່ ນະຄອນຫຼວງ ນິວ​ເດັນ​ລີ ຂອງ​ອິນ​ເດຍ, ໃນຕອນ​ເຊົ້າຂອງວັນທີ 26 ມັງກອນ 2018, ພະນະທ່ານ​ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ໄດ້ຮ່ວມ​ກັບຜູ້ນຳ​ອາຊຽນອື່ນ ເຂົ້າຮ່ວມງານ​ເດີນ​ສວນສະໜາມ ​ເພື່ອສະເຫຼີມສະຫຼອງວັນຊາດອິນເດຍ ຄົບຮອບ 69 ປີ ໃນ​ຖານະ​ແຂກ​ສູງ​ສຸດ​ຂອງ​​ລັດຖະບານ​ອິນ​ເດຍ, ຕາມ​ການ​ເຊື້ອ​ເຊີນ​ຂອງ ​ພະນະ​ທ່ານ ນາ​ເຣັນດຣາ ​ໂມ​ດີ, ນາຍົກລັດຖະມົນຕີ ອິນ​ເດຍ. ງານ​ເດີນ​ສວນສະໜາມສະ​ຫຼອງວັນຊາດ ອິນ​ເດຍ ຄັ້ງນີ້ ຈັດ​ຂຶ້ນທີ່ ສະໜາມຫຼວງ ຣາຊະ​ພັດ ​ໂດຍ​ການ​ເປັນ​ປະທານ​ຂອງ ພະນະ​ທ່ານ ຣາມ ນາດ ​ໂກ​ວິນ (Ram Nath Kovind), ປະທານາທິບໍດີ ອິນ​ເດຍ, ​ເຊິ່ງມີ​ບັນດາ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ ອິນ​ເດຍ, ບັນດາ​ທຸຕານຸທູດຕ່າງປະ​ເທດ, ​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ

 asean India25

ໃນວັນທີ 25 ມັງກອນ 2018 ທີ່ ນິວເດັນລີ, ອິນເດຍ, ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີມສະຫຼອງຄົບຮອບ 25​ ປີ​ແຫ່ງ​ການ​ພົວພັນ​ອາຊຽນ-ອິນ​ເດຍ ພາຍໃຕ້ຄຳຂວັນ ຄຸນຄ່າຮ່ວມກັນ, ຊະຕາກໍາດຽວກັນ. ​ກອງ​ປະຊຸມໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນຂອງ​ການ​ຮ່ວມ​ມື​​ ລະຫວ່າງ​ອາຊຽນ ​ແລະ ອິນ​ເດຍ ນັບ​ຕັ້ງ​ແຕ່​ໄດ້​ສ​້າງຕັ້ງການ​ພົວພັນນຳ​ກັນ​ໃນ​ປີ 1992 ​ເປັນຕົ້ນມາ ​ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ລະດັບ​ການ​ພົວພັນຂຶ້ນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃນ​ປີ 2012 ​ເຊິ່ງ​ເຫັນ​​ໄດ້ວ່າ​ມີ​ຄວາມ​ຄືບໜ້າອັນໜ້າ​ເພິ່ງ​ພໍ​ໃຈ​ໃນ​ຫຼາຍດ້ານ ກວມ​ເອົາ​ຂົງ​ເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ລັດຖະມົນຕີກະຊວງສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ຄອບຄົວ, ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິບ

 

Maldriv1 Maldriv2

 

ໃນ​​ວັນ​ທີ 22 ມັງກອນ 2018, ເວ​ລາ 16:30 ທີ່ ກະຊວງ​ການ​ຕ່າງປະ​ເທ​ດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ມາ​ພົບ​ປະ​ຂອງ ທ່ານ ນາງ ອາ​ມີ​ນັດ  ເຊ​ນິ​ຊາ ຊາ​ຮີດ ຊາ​ກີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ແລະ ຄອບ​ຄົວ ໃນ​ຖາ​ນະ​ຜູ້​ຕາງ​ໜ້າ​ພິ​ເສດຂອງ​ປະ​ທາ​ນາ​ທິ​ບໍດີ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ມານ​ດິບ (Aminath Zenysha Shaheed Zaki, Minister of Gender and Family and Special Envoy of the President of Republic of Maldives). ​​

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487597
ມື້ນີ້37
ມື້ວານ228
ອາທິດນີ້1259
ເດືອນນີ້990