ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການ

pmtl visit myanmar1

pmtl visit myanmar2

pmtl visit myanmar3

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ພະ​ນະ​ທ່ານ ອູ ຕິນ ຈໍ, ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ, ພະ​ນະ​ທ່ານ ທອງ​ລຸນສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວ, ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ ໄດ້​ເດີນ​ທາງ​ຢ້ຽມ​ຢາມ ສສ. ມຽນ​ມາ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງ​ວັນ​ທີ 15-16 ມັງ​ກອນ 2018, ເຊິ່ງເປັນການຢ້ຽມຢາມ ສສ. ມຽນມາ ຄັ້ງທໍາອິດ ພາຍຫຼັງດໍາລົງຕໍາເເໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ​, ເພື່ອສືບຕໍ່​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງສອງ​ປະ​ເທດ ລາວ ແລະ ມຽນ​ມາ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ໃນວັນທີ15ມັງກອນ 2018, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ທຳນຽບປະທານາທິບໍດີ, ໂດຍການໃຫ້ກຽດຕ້ອນຮັບຂອງ ພະນະທ່ານ ອູ ຕິນ ຈໍ, ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສສ. ມຽນມາ ແລະ ພັນລະຍາ. ພາຍຫຼັງສໍາເລັດພິທີຕ້ອນຮັບ ຜູ້ນຳທັງສອງຝ່າຍ ໄດ້ດຳເນີນການພົບປະ, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດເພື່ອນບ້ານໃກ້ຄຽງໃນກຸ່ມອາຊຽນ ໃນໄລຍະຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງການນຳຂັ້ນສູງຂອງສອງປະເທດ. ໃນໂອກາດ ນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຖານເພື່ອນມິດສະໜິດແໜ້ນ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນມຽນມາ ໃນການພັດທະນາປະເທດຊາດໃຫ້ກ້າວໜ້າຍິ່ງໆຂຶ້ນ,ພ້ອມນັ້ນ ທ່ານກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວເຖິງ ພະນະທ່ານປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສສ. ມຽນ​ມາ. ໃນໂອກາດດຽວກັນ, ພະ​ນະ​ທ່ານປະ​ທາ​ນາ​ທິ​ບໍ​ດີ ອູ ຕິນ ຈໍ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຢ່າງເປັນທາງການຢູ່ ສສ. ມຽນມາ ຂອງພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະ ເຊິ່ງຈະເປັນການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປ. ພ້ອມກັນນັ້ນ, ພະນະທ່ານປະ​ທາ​ນາ​ທິ​ບໍ​ດີ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ອວຍພອນໃຫ້ ພະນະທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະ ຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການໃນຄັ້ງນີ້.

ໃນວັນດຽວກັນ, ພະນະທ່ານນາຍົກລັດຖະມົົນຕີ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານນາງອອງຊານຊູຈີ, ທີ່ປຶກສາແຫ່ງລັດແຫ່ງ. ມຽນມາ ທີ່ ທຳນຽບປະທານາທິບໍດີ. ສອງ​ຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ, ພ້ອມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືສອງຝ່າຍໃນດ້ານຕ່າງໆ ທີ່ມີບາດກ້າວຂະຫຍາຍຕົວທີ່ດີ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນທາງດ້ານການເມືອງ, ດ້ານປ້ອງກັນປະເທດ, ດ້ານປ້ອງກັນຄວາມສະຫງົບ, ວຽກ​ງານ​ຊາຍ​ແດນ, ດ້ານ​ຄົມ​ມະ​ນາ​ຄົມ​ ແລະ ຂົນ ​ສົ່ງ, ດ້ານ​ພະ​ລັງ​ງານ​ໄຟ​ຟ້າ, ດ້ານ​ການ​ສຶກ​ສາ, ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ດ້ານ​ການ​ຄ້າ-ການ​ລົງ​ທຶນແລະ ດ້ານອື່ນໆ. ນອກນັ້ນ, ສອງຝ່າຍລ້ວນແຕ່ເຫັນດີພ້ອມກັນວ່າ ສອງປະເທດມີທ່າແຮງບົ່ມຊ້ອນຫລາຍ ທີ່ຈະຮ່ວມມືກັນ ໃນຫລາຍດ້ານ ເປັນຕົ້ນແມ່ນດ້ານການທ່ອງທ່ຽວ ໂດຍສະເພາະ ປີທ່ອງທ່ຽວລາວ 2018 ຈະສືບຕໍ່ຮ່ວມມືກັນແລກປ່ຽນເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດນຳກັນຫລາຍຂຶ້ນ. ໃນໄລຍະຜ່ານມາ ສປປ ລາວ ແລະ ສສ. ມຽນມາ ໄດ້ມີການລົງນາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຮ່ວມກັນ ຫຼາຍກວ່າ 30 ສະບັບ, ເຊິ່ງສອງຝ່າຍເຫັນດີວ່າຄວນຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດຕາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນແລ້ວນັ້ນ ໃຫ້ມີປະສິດຕິຜົນຫຼາຍຂຶ້ນກວ່າເກົ່າ, ພ້ອມທັງເຫັນດີຊຸກຍູ້ໃຫ້ບັນດາຂະແໜງການເຫຼົ່ານັ້ນ ເພີ່ມທະວີປຶກສາຫາລື ແລະ ຊອກຊ່ອງທາງການຮ່ວມມືນຳກັນໃຫ້ຫຼາຍຂຶ້ນຕື່ມ. ພ້ອມກັນນັ້ນ, ພະນະທ່ານນາຍົກລັດຖະມົົນຕີ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນ ພະນະທ່ານນາງອອງຊານຊູຈີ ຢ້ຽມຢາມທາງການທີ່ ສປປ ລາວ ເພື່ອ​ເສີມ​ຂະ​ ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງສອງ​ປະ​ເທດ ລາວ ແລະ ມຽນ​ມາ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ພາຍຫຼັງສຳເລັດການພົບປະ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານນາງອອງຊານຊູຈີ, ທີ່ປຶກສາແຫ່ງລັດແຫ່ງ. ມຽນມາ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ 3 ສະບັບ ຄື: ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ ລະຫວ່າງ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງ​ໄຟ​ຟ້າ ແລະ ພະ​ລັງ​ງານ ແຫ່ງ ສ​ສ. ມຽນ​ມາ, ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີລະ​ຫວ່າງ ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງ​ສຶກ​ສາ (ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ) ແຫ່ງ ສ​ສ. ມຽນ​ມາ, ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານການຕ້ານການສໍ້ລາດບັງຫຼວງ ລະຫວ່າງ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ແລະ ຄະນະກຳມະການຕ້ານການສໍ້ລາດບັງຫຼວງ ແຫ່ງ ສສ. ມຽນມາ.

ໃນໂອກາດຢ້ຽມຢາມ ສສ. ມຽນມາ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະໄປຢ້ຽມຢາມນະຄອນຢັ້ງກຸ້ງ, ເຂດເສດຖະກິດພິເສດທີລາວາ ແລະ ພະທາດສະເວດາກ໋ອງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486032
ມື້ນີ້163
ມື້ວານ168
ອາທິດນີ້1068
ເດືອນນີ້5337