ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2

 

MekLancang1

 

MekLancang2

 

ໃນວັນທີ 10-11 ມັງກອນ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາ ຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ພ້ອມທັງຮັບການເປັນປະທານຮ່ວມ ຈາກ ກໍາປູເຈຍ ໃນສົກປີ 2018-2020 ຢ່າງເປັນທາງການ, ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ. ກອງປະຊຸມໄດ້ດໍາເນີນໄປ ພາຍໃຕ້ຫົວຂໍ້ “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ (Our River of Peace and Sustainable Development)”, ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ມີບັນດາການນໍາຂັ້ນສູງ ພ້ອມດ້ວຍຄະນະຜູ້ແທນ ຈາກປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 6 ປະເທດ ຄື: ຣາຊະອານາຈັກ ກໍາປູເຈຍ, ສປ ຈີນ, ສປປ ລາວ, ສສ. ມຽນມາ, ຣາຊະອານາຈັກ ໄທ ແລະ ສສ. ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາ 6 ປະເທດສະມາຊິກ ໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນ ແລະ ໃຫ້ທັດສະນະຮ່ວມ ຕໍ່ກັບຜົນຂອງການຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆຕາມຖະແຫຼງການຊານຢາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1, ທີ່ເມືອງຊານຢາ, ແຂວງໄຮໜານ, ສປ ຈີນ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ 3.​ ພ້ອມນີ້, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະໂຄງການຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວໃນໄລຍະຜ່ານມາ, ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງຮ່ວມມືໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຂອບການຮ່ວມມືທີ່ນໍາເອົາຜົນປະໂຫຍດ ອັນເປັນຮູບປະທໍາ ມາສູ່ 6 ປະເທດສະມາຊິກ ກໍຄືພາກພື້ນ ຢ່າງແທ້ຈິງ. ນອກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນຊົມເຊີຍຕໍ່ ຜົນສໍາເລັດຂອງການສ້າງຕັ້ງ ກອງເລຂາແຫ່ງຊາດຂອງບັນດາປະເທດສະມາຊິກ, ຊຶ່ງເປັນຈຸດປະສານງານຫຼັກທີ່ອໍານວຍຄວາມສະດວກໃນການປະສານງານ ແລະ ເຮັດວຽກຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນໄປເລື້ອຍໆ; ພ້ອມນີ້, ຍັງພ້ອມກັນສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ສໍາເລັດການສ້າງຕັ້ງສູນການຮ່ວມມືຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສູນການຮ່ວມມືສິ່ງແວດລ້ອມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສູນສາກົນ ເພື່ອສຶກສາຄົ້ນຄ້ວາແມ່ນໍ້າຂອງ ແລະ ການອະນຸມັດນໍາໃຊ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສໍາລັບໂຄງການຮ່ວມຕ່າງໆ.

ໃນກອງປະຊຸມ, ບັນດາຜູ້ນໍາທັງ 6 ປະເທດ ໄດ້ເປັນເອກະພາບກັນ ແລະ ຮັບຮອງເອົາ 04 ເອກະສານສໍາຄັນ ຄື: (1) ຖະແຫຼງການພະນົມເປັນ ວ່າດ້ວຍ “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ”, ຊຶ່ງຖະແຫຼງການດັ່ງກ່າວ ປະກອບມີ 4 ພາກສ່ວນໃຫຍ່ຄື: ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ, ການຮ່ວມມືດ້ານສັງຄົມ, ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງ ປະຊາຊົນ ກັບ ປະຊາຊົນ ແລະ ການຮ່ວມມືດ້ານການສະໜັບສະໜູນການຮ່ວມມື; (2) ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018-2022, ຊຶ່ງປະກອບມີ 5 ພາກສ່ວນໃຫຍ່ຄື: ເປົ້າໝາຍການພັດທະນາ, ຫຼັກການພື້ນຖານ, ໂຄງສ້າງການເຮັດວຽກ, ການຮ່ວມມືວຽກງານຕົວຈິງ ແລະ ລະບົບການສະໜັບສະໜູນ; (3) ບັນຊີໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ສປ ຈີນ ໄລຍະທີ 2, ຊຶ່ງບັນຊີໂຄງການດັ່ງກ່າວແມ່ນ ບັນດາ 6 ປະເທດສະມາຊິກ ເປັນຜູ້ສະເໜີຕໍ່ ສປ ຈີນ, ໃນນັ້ນ ສປປ ລາວ ໄດ້ສະເໜີ 26 ໂຄງການ; ແລະ (4) ບົດລາຍງານຂອງ 6 ໜ່ວຍງານວິຊາການຮ່ວມຂອງ 5 ຂະແໜງ ການບູລິມະສິດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຶ່ງ 6 ໜ່ວຍງານວິຊາການຮ່ວມ ປະກອບມີ: ໜ່ວຍງານການເຊື່ອມຈອດ, ໜ່ວຍງານການຮ່ວມມືຄວາມອາດສາມາດດ້ານການຜະລິດ, ໜ່ວຍງານການຮ່ວມມືເສດຖະກິດຂ້າມຊາຍແດນ, ໜ່ວຍງານການຮ່ວມມືຊັບພະຍາກອນນໍ້າ, ໜ່ວຍງານກະສິກໍາ ແລະ ໜ່ວຍງານຫຼຸດຜ່ອນຄວາມທຸກຍາກ.

ຫຼັງຈາກສໍາເລັດກອງປະຊຸມ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຂຶ້ນຮັບຕໍາແໜ່ງການເປັນປະທານຮ່ວມຂອງ ສປປ ລາວ ກັບ ສປ ຈີນ ສໍາລັບຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສົກປີ 2018-2020 ຄັ້ງຕໍ່ໄປ ຈາກ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊັນ, ນາຍົກລັດຖະມົນຕີ ກໍາປູເຈຍ. ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຢ່າງຈົບງາມໃນການເປັນປະທານຮ່ວມຂອງ ສປ ຈີນ ແລະ ກໍາປູເຈຍ ໃນສົກປີ 2015-2017 ຜ່ານມາ ແລະ ຊົມເຊີຍຜົນສໍາເລັດຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ໃນຄັ້ງນີ້. ພ້ອມກັນນັ້ນ, ພະນະທ່ານ ຍັງໄດ້ແຈ້ງໜ້າວຽກບຸລິມະສິດ ການເປັນປະທານຮ່ວມຂອງ ສປປ ລາວ ຄື: ການສ້າງ ແລະ ພັດທະນາພື້ນຖານໂຄງບົນ ແລະ ພື້ນຖານໂຄງລ່າງໃນການເຊື່ອມຈອດ ລະຫວ່າງ ບັນດາປະເທດສະມາຊິກ, ພ້ອມດຽວກັນນັ້ນ ກໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ໃນບັນດາອະນຸພາກພື້ນ 6 ປະເທດ ສະມາຊິກ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ພະນະທ່ານ ລີ ເຄີ້ສຽງ,ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອປຶກສາຫາລື ກ່ຽວກັບ ການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບຜົນດີຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483923
ມື້ນີ້47
ມື້ວານ183
ອາທິດນີ້361
ເດືອນນີ້3228