ໃນຕອນເຊົ້າຂອງ ວັນທີ 17 ມັງກອນ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Octavian Bivol, ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄື ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມການສຶກສາ, ສາທາລະນະສຸກ, ແມ່ຍິງ, ເດັກນ້ອຍ ແລະ ຊາວໜຸ່ມ, ວຽກງານໂພຊະນາການ, ວຽກງານນ້ຳສະອາດ ສຸຂະພິບານ ເປັນຕົ້ນ. ນອກຈາກນີ້, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຫວັງວ່າ ພາຍໃຕ້ການນຳ ພາຂອງຜູ້ຕາງໜ້າຄົນໃໝ່, ອົງການ UNICEF ຈະເພີ່ມທະວີການຮ່ວມມືສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ລວມທັງເປົ້າໝາຍການ ພັດທະນາແບບຍືນຍົງ (SDGs) ທີ່ກ່ຽວຂ້ອງກັບອົງການ UNICEF ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ກໍ່ໄດ້ອວຍພອນໃຫ້ ທ່ານຜູ້ຕາງໜ້າອົງການ UNICEF ຄົນໃໝ່ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ຂອງທ່ານ.
ໃນໂອກາດດຽວກັນນີ້, ທ່ານ Octavian Bivol ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ຄື ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ສປປ ລາວ ແລະ ໃຫ້ຄຳໜັ້ນສັນຍາວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມືກັບລັດຖະບານ ສປປ ລາວ ຢ່າງເຕັມສ່ວນໃນການຈັດຕັ້ງປະຕິບັດແຜນ ການຮ່ວມມືລະຫວ່າງອົງການ UNICEF ແລະ ສປປ ລາວ ໃຫ້ໄດ້ຮັບໝາກຜົນ.