ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດ ອິນເດຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ອິນເດຍ

pm visit india

ພາຍຫຼັງ​ສຳ​ເລັດການເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີມສະຫຼອງກາ​ນພົວພັນ​ອາຊຽນ-ອິນ​ເດຍຄົບ​ຮອບ 25 ປີ, ​ເຊິ່ງ​ຈັດ​ຂຶ້ນໃນວັນທີ 25 ມັງກອນ 2018 ຢູ່ ນະຄອນຫຼວງ ນິວ​ເດັນ​ລີ ຂອງ​ອິນ​ເດຍ, ໃນຕອນ​ເຊົ້າຂອງວັນທີ 26 ມັງກອນ 2018, ພະນະທ່ານ​ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ໄດ້ຮ່ວມ​ກັບຜູ້ນຳ​ອາຊຽນອື່ນ ເຂົ້າຮ່ວມງານ​ເດີນ​ສວນສະໜາມ ​ເພື່ອສະເຫຼີມສະຫຼອງວັນຊາດອິນເດຍ ຄົບຮອບ 69 ປີ ໃນ​ຖານະ​ແຂກ​ສູງ​ສຸດ​ຂອງ​​ລັດຖະບານ​ອິນ​ເດຍ, ຕາມ​ການ​ເຊື້ອ​ເຊີນ​ຂອງ ​ພະນະ​ທ່ານ ນາ​ເຣັນດຣາ ​ໂມ​ດີ, ນາຍົກລັດຖະມົນຕີ ອິນ​ເດຍ. ງານ​ເດີນ​ສວນສະໜາມສະ​ຫຼອງວັນຊາດ ອິນ​ເດຍ ຄັ້ງນີ້ ຈັດ​ຂຶ້ນທີ່ ສະໜາມຫຼວງ ຣາຊະ​ພັດ ​ໂດຍ​ການ​ເປັນ​ປະທານ​ຂອງ ພະນະ​ທ່ານ ຣາມ ນາດ ​ໂກ​ວິນ (Ram Nath Kovind), ປະທານາທິບໍດີ ອິນ​ເດຍ, ​ເຊິ່ງມີ​ບັນດາ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ ອິນ​ເດຍ, ບັນດາ​ທຸຕານຸທູດຕ່າງປະ​ເທດ, ​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າຮ່ວມ.

​ໃນ​ໂອກາດ​ເຂົ້າຮ່ວມ​ງານ​ສະຫຼອງວັນຊາດ​ຄັ້ງນີ້, ບັນດາ​ຜູ້ນຳ​ອາຊຽນ ​ໄດ້​ຮ່ວມ​ຊົມ​ຂະ​ບວນສວນສະໜາມຂອງ​ບັນດາ​ກ້ອນ​ກຳລັງ​ປະກອບ​ອາວຸດ​ຂອງ​ອິນ​ເດຍ, ກ້ອນ​ກຳລັງ​ທຸງຊາດ​ຂອງ​ບັນດາ​ປະ​ເທດ​ອາຊຽນ, ກ້ອນ​ກຳລັງ​ຂອງ​ນ້ອງ​ນ້ອຍ​ນັກຮຽນ ທີ່​ສະທ້ອນ​​ໃຫ້​ເຫັນ​ເຖິງ​ຄວາມ​ຫຼາກຫຼາຍທາງ​ດ້ານ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ອາຊຽນ ​ແລະ ການ​ເຊື່ອມ​ຕໍ່ທາງ​ດ້ານ​ວັດທະນະທຳ ​ແລະ ຄວາມ​ສີວິ​ໄລ ລະຫວ່າງ​ອາຊຽນ ​ແລະ ອິນ​ເດຍ. ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ພ້ອມບັນດາ​ຜູ້ນຳ​ອາຊຽນ ກໍ່​ໄດ້​ເຂົ້າຮ່ວມ​ງານ​ພົບ​ປະ​ສ້າງສັນ ກັບ ນັກທຸລະກິດ ​ແລະ ບຸກຄົນ​ສຳຄັນ​ຈາກ​ຂະ​ແໜງການ​ຕ່າງໆຂອງ​ອິນ​ເດຍ ​ແລະ ​ເຂົ້າຮ່ວມ​ງານ​ລ້ຽງສະຫຼອງວັນຊາດ ອິນ​ເດຍ ​ໂດຍການ​ເປັນ​ເຈົ້າພາບ​ຂອງ​ປະທານາທິບໍດີ ອິນ​ເດຍ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ທີ່​ເຮືອນ​ຮັບ​ແຂກ​ລັດຖະບານ, ​ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນຊຸມ​ປີຜ່ານມາ ພ້ອມທັງໃຫ້ຄວາມໝາຍໝັ້ນທີ່ຈະເສີມຂະຫຍາຍສາຍພົວພັນທີ່ດີລະຫວ່າງກັນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອນໍາມາຊຶ່ງຜົນປະໂຫຍດລວມຂອງສອງປະເທດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດລາວ-ອິນເດຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480385
ມື້ນີ້43
ມື້ວານ172
ອາທິດນີ້783
ເດືອນນີ້6616