ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ລັດຖະມົນຕີກະຊວງສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ຄອບຄົວ, ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິບ

 

Maldriv1 Maldriv2

 

ໃນ​​ວັນ​ທີ 22 ມັງກອນ 2018, ເວ​ລາ 16:30 ທີ່ ກະຊວງ​ການ​ຕ່າງປະ​ເທ​ດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ມາ​ພົບ​ປະ​ຂອງ ທ່ານ ນາງ ອາ​ມີ​ນັດ  ເຊ​ນິ​ຊາ ຊາ​ຮີດ ຊາ​ກີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ແລະ ຄອບ​ຄົວ ໃນ​ຖາ​ນະ​ຜູ້​ຕາງ​ໜ້າ​ພິ​ເສດຂອງ​ປະ​ທາ​ນາ​ທິ​ບໍດີ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ມານ​ດິບ (Aminath Zenysha Shaheed Zaki, Minister of Gender and Family and Special Envoy of the President of Republic of Maldives). ​​

 ​ໃນ​ໂອກ​າດນີ້, ທ່ານລັດຖະມົນຕີ​ໄດ້​​ສະ​ແດງ​ຄວາມ​ຕ້ອນຮັບອັນ​ອົບ​ອຸ່ນຕໍ່​ ​ທ່ານຜູ້​ຕາງ​ໜ້າ​ພິ​ເສດ​ມານ​ດິບ ​​ແລະ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ​ທ່ານຜູ້​ຕາງ​ໜ້າ​ພິ​ເສດ ​ທີ່ໄດ້​ນຳ​ເອົາ​ນ້ຳ​ໃຈ​ມິດ​ໄມ​ຕຼີຂອງ​ປະ​ຊາ​ຊົນ​ຊາວ​ມານ​ດິບ ແລະ ​ຄຳ​ຢ້ຽມ​ຢາມ​ຖາມ​ຂ່າວຂອງ​ລັດ​ຖະ​ບານ​ ມານ​ດິບ ມາ​ຍັງ​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ ສ​ປ​ປ​ ລາວ. ທ່ານ ນາງ ອາ​ມີ​ນັດ ​​ໄດ້​ກ່າວ​ສະ​ແດ​ງຄວາມຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະ ມີ​ຄວາມ​ດີ​ໃຈ​ທີ່​ໄດ້​ມາ​ຢ້ຽມຢາມ ສປປ ລາວ. ສອງ​ຝ່າຍໄດ້​ຕີ​ລາ​ຄາ​​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ປະ​ເທດ ທັງ​ໃນຂອບ​ສອງ​ຝ່າຍ ລວມ​ທັງ​ການຮ່ວມມື ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ. ​

ໃນ​ໂອ​ກາດການ​ມາຢ້ຽມ​ຢາມ ສປປ ລາວ ຄັ້ງ​ນີ້, ທ່ານຜູ້​ຕາງ​ໜ້າ​ພິ​ເສດຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິບ ໄດ້ພົບ​ປະ​ກັບ​ການ​ນຳ​ຂອງຫຼາຍ​ພາກ​ສ່ວນ​​ທີ່​ສຳ​ຄັນຂອງ ສ​ປ​ປ ລາວ ເຊັ່ນ: ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ສູນ​ກາງສະ​ຫະ​ພັນ​ແມ່​ຍິງ​ລາວ, ພ້ອມ​ທັງ​ໄດ້ຢ້ຽມ​ຢາມ​ສູນ​ໃຫ້​ຄຳ​ປຶກ​ສາ-​ປົກ​ປ້ອງ ​ແມ່​ຍິງ ແລະ ເດັກ​ນ້ອຍ ​ແລະ ​ຢ້ຽມ​ຢາມ​ແຂວງ​ຫຼວງພະ​ບາງ ​ທີ່​ເປັນ​ເມືອງ​ມໍ​ລະ​ດົກ​ໂລກ. ການ​ຢ້ຽມຢາມ ສ​ປ​ປ ລາວ ໃນ​ຄັ້ງນີ້​ຖື​ເປັນການ​ຢ້ຽມ​ຢາມ​ລະ​ດັບ​ສູງ​ຄັ້ງ​ທຳ​ອິດຂອງ ສາ​ທາ​ລະ​ນະ​ລັດ​ ມານ​ດິບ ນັບ​ຕັ້ງ​ແຕ່ ສປປ ລາວ ແລະ ສາ​ທາ​ລະ​ນະ​ລັດ ​ມານ​ດິບ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 10 ກຸມ​ພາ 2012, ເຊິ່ງ​​ເປັນ​ໂອກາດ​ອັນ​ດີ​​ໃນ​ການ​ຮັດ​ແໜ້ນສາຍ​ພົວ​ພັນ ລະຫວ່າງ ສປປ ລາວ ກັບ ສາ​ທາ​ລະ​ນະ​ລັດ ​ມານ​ດິບ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485768
ມື້ນີ້67
ມື້ວານ206
ອາທິດນີ້804
ເດືອນນີ້5073