ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງພວງມາລາ ແລະ ຂຽນປື້ມ ໄຫວ້ອາໄລ ທີ່ ສະຖານທູດ ຫວຽດນາມ

 

Vtdie1 Vtdie2 Vtdie3

 

ໃນເວລາ 09:00 ໂມງ ວັນທີ 20 ມີນາ 2018 ທີ່ສະຖານທູດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງຂອງລາວ ໄດ້ຕາງໜ້າ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງແນວລາວສ້າງຊາດ ເຂົ້າວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງ ສະຫາຍ ຟານ ວັນ ຄາຍ, ອະດີດຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ສະໄໝ ທີ V, VI, VII, VIII, IX; ອະດີດກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ສະໄໝ ທີ VII, VIII, IX; ອະດີດຄະນະປະຈຳກົມການເມືອງສະໄໝທີ VIII; ອະດີດນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ, ທັງເປັນອະດີດສະມາຊິກສະພາແຫ່ງຊາດຫວຽດນາມ ສະໄໝ ທີ VIII, IX, X, XI.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ອົດສະຕຣາລີ

 

Talkaustralia1 Talkaustralia2

 

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ສະໄຫມພິເສດ ອາຊຽນ-ອົດສະຕຣາລີ ທີ່ ຊິດນີ, ປະເທດອົດສະຕຣາລີ ລະຫວ່າງວັນທີ 15-19 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດ ຢູ່ ອົດສະຕຣາລີ ນໍາໂດຍ ທ່ານ ນາງ ໄພວັນ ພູມິນ ພົນເສນາ, ກຳມະການສູນກາງແນວລາວສ້າງຊາດ ປະຈຳ ອົດສະຕຣາລີ ປະມານເກືອບ 50 ທ່ານ, ໃນຕອນແລງຂອງວັນທີ 16 ມີນາ 2018.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກທຸລະກິດ ລາວ-ອົດສະຕຣາລີ

 

Australiamet1 Australiamet3

 

ໃນວັນທີ 18 ມີນາ 2018, ສະພາການຄ້າ ແລະ ອຸດສາຫະກຳ ລາວ ແລະ ອົດສະຕຣາລີ ໄດ້ຮ່ວມກັນຈັດກອງປະຊຸມພາກທຸລະກິດ ລາວ-ອົດສະຕຣາລີ ຂຶ້ນທີ່ ຊິດນີ, ປະເທດ ອົດສະຕຣາລີ, ເພື່ອເປັນເວທີສົ່ງເສີມການຄ້າ-ການລົງທຶນ ລະຫວ່າງສອງປະເທດ, ພ້ອມທັງເປັນການສ້າງໂອກາດອັນໃຫມ່ ໃຫ້ແກ່ນັກທຸລະກິດ ລາວ ແລະ ອົດສະຕຣາລີ ໄດ້ມີການພົບປະແລກປ່ຽນດ້ານທຸລະກິດເຊິ່ງກັນ ແລະ ກັນ, ຊຶ່ງໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ນາງ ຈູລີ ບິຊອບ (Julie Bishop), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດຂອງທັງສອງຝ່າຍເຂົ້າຮ່ວມ ປະມານ 100 ທ່ານ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490313
ມື້ນີ້79
ມື້ວານ261
ອາທິດນີ້1512
ເດືອນນີ້3706