ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ໄທ ຈັດກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ຄັ້ງທີ 11

 

JBC11-1 JBC11-2

JBC11-3

 

ໃນລະຫວ່າງວັນທີ 17-19 ມັງກອນ 2018, ທີ່ ບາງກອກ, ຣາຊາອານາຈັກໄທ ໄດ້ຈັດ​ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງ​ທີ 11, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານ​ຄະນະ​ກຳມາ​ທິການ​ຊາຍ​ແດ​ນຮ່ວມ​ ລາວ-​ໄທ ແລະ ຄະນະຜູ້ແທນຝ່າຍໄທ ນຳ​ໂດຍ ທ່ານ ດອນ ປຣະມັດ​ວິ​ໄນ, ລັດຖະມົນຕີ​ວ່າການ ກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກໄທ.

ກອງ​ປະຊຸມ​ ​ໄດ້ທົບ​ທວນ​ຄືນຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-​ໄທ ຄັ້ງທີ 10 ນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ ​ແລະ ໄດ້​ຕີ​ລາຄາສູງ​ຕໍ່​ຜົນ​ຂອງ​ການ​ສຳ​ຫລວດ​ ແລະ ປັກ​ຫລັກ​ໝາຍ​ຊາຍ​ແດນ​ຮ່ວມໃນ​ໄລຍະ 2 ປີ​ ທີ່​ຜ່ານ​ມາວ່າ ໄດ້​ມີ​ບາດກ້າວ ​ແລະ ຄວາມ​ຄືບ​ຫນ້າ​ໃນ​ລະດັບ​ນຶ່ງ; ​ເຖີງຢ່າງ​ໃດ​ກໍ່​ດີ ການ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ທີ່​ຍັງ​ຄົງ​ຄ້າງ​ນັ້ນ​ບໍ່​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້, ​ແຕ່​ໄດ້​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ​ ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ແລະ ກັນ​ຫລາຍ​ຂຶ້ນ​ ເພື່ອ​ພ້ອມ​ກັນ​ຊອກ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ສຳ​ເລັດ​ໂດຍ​ໄວ; ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຮັບຮອງ​ເອົາ​ບັນດາ​ບົດ​ບັນທຶກ​ກອງ​ປະຊຸມ​ຄະນະ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຮ່ວມ ລາວ-​ໄທ ຈຳນວນ 4 ສະບັບ ​ແລະ ບົດ​ບັນທຶກ​ກອງ​ປະຊຸມ​ຄະນະ​ອະນຸ​ກຳມະການ​ເຕັກນິກ​ຮ່ວມ ລາວ​-​ໄທ ຈຳນວນ 3 ສະບັບ.

ພ້ອມ​ກັນ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ຮັບຮອງ ​ແລະ ຮັບ​ຊາບຜົນ​ການ​ສຳ​ຫລວດ ແລະປັກ​ຫລັກ​ໝາຍ​ຊາຍ​ແດນ​ທາງບົກ​ຮ່ວມ​ ລະຫວ່າງ ລາວ-​ໄທ ຂອງ​ຄະນະ​ອະນຸ​ກຳມະການ​ເຕັກນິກ​ຮ່ວມ ລາວ-​ໄທ ຕັ້ງ​ແຕ່​ວັນ​ທີ 21 ທັນວາ 2014 ​ເຖິງ​ວັນ​ທີ 31 ກໍລະກົດ 2017 ​ເປັນ​ຕົ້ນ : ການ​ສຳ​ຫລວດ ​ແລະ ​ກຳນົດ​ສັນຍາ​ລັກ ບໍລິ​ເວນ​ແກ້ງ​ຜາ​ໄດ; ການ​ສ້ອມແປງ​ຄືນ​ຫລັ​ກໝາຍ​​ເລກທີ 2-05 ທີ່​ຖືກ​ທຳ​ລາຍ; ການ​ເຮັດ​ບົດຊີ້​ແຈງ​ເຫດຜົນ​ການ​ຂີດ​ທິດ​ເນັ່ງສັນ​ປັນ​ນ້ຳບໍລິ​ເວນ​ພູຜາ​ຫມົ່ນ, ​ການ​ຂີດ​ເສັ້ນ​ຊາຍ​ແດນ​ທີ່​ສະ​ເໜີ ບໍລິ​ເວນ​ຊ່ອງ​ທາງ​ບ້ານ​ຮວກ-ກິ່ວ​ຫົກ; ​ການ​ສຳ​ຫລວດ​ເກັບ​ລາຍ​ລະອຽດ ​ແລະ ​ແຕ້ມ​ແຜນຜັງ​ສະໜາມບໍລິ​ເວນ​ຫລັກ​ໝາຍ​ຊາຍ​ແດນ ​ເລກທີ 33-34; ​ການ​ດຳ​ເນີນ​ການສຳ​ຫລວດ​ເພີ້​ມ​ເຕີມບໍລິ​ເວນ​ສາມ​ບ້ານ ຂອງ​ຄະນະ​ອະນຸ​ກຳມະການ​ເຕັກນິກຮ່ວມ​ລາວ-​ໄທ; ຜົນ​ການ​ສຳ​ຫລວດ​​ເກັບ​ກຳຂໍ້​ມູນ​ຕົວ​ຈິງຕາມ​ລຳ​ນ້ຳ​ເຫືອງ; ​ຜົນ​ການ​ສ້າງ​ແຜນ​ທີ່ ມາດຕາ​ສ່ວນ 1:5000 ບໍລິ​ເວນ​ຫ້ວຍ​ໂດນ; ​ຜົນ​ການ​ດຳ​ເນີນ​ການ​ສຳ​ຫລວດເພີ່ມເຕີມບໍ​ລິເວນ​ທົ່ງ​ໜອງ​ບົວ ຂອງ​ຄະນະ​ອະນຸ​ກຳມະການ​ເຕັກນິກ ​ແລະ ຮັບຮອງ​ເອົາ​ການ​ກວດກາ​ ແລະປັບປຸງ​ຄ່າ​ພິກັດ ຂອງ​ຈຸດ​ຕາໜ່າງຄອບ​ງຳ​ພື້ນຖານດາວ​ທຽມ (GPS).

ສຳລັບ​ຊາຍ​ແດນລາວ-​ໄທທາງ​ນ້ຳ: ກອງ​ປະຊຸມ​ໄດ້ຮັບຊາບ:

  1. ​ຜົນ​ການສ້າງ​ແຜນ​ທີ່​ແມ່​ນ້ຳຂອງ​ສະບັບ​ໃໝ່ ມາດຕາ​ສ່ວນ 1:25000 ຈຳນວນ 115 ​ເລກ​ໝາຍ; ​
  2. ຜົນ​ການ​ດຳ​ເນີນ​ການຖ່າຍ​ທອດ​ເສັ້ນ​ຊາຍ​ແດນ​ລົງ​ໃນ​ແຜນ​ທີ່​ແມ່ນ້ຳຂອງ​ສະບັບ​ໃໝ່ ມາດຕາ​ສ່ວນ 1:25000;
  3. ຜົນ​ການ​ດຳ​ເນີນ​ການ​ສຳ​ຫລວດ​ວັດ​ແທກ​ດ້ວຍ​ເຄື່ອງຮັບ ສັນຍານ​ດາວ​ທຽມ GPS ຕາມ​ຝັ່ງ​ແມ່ນ້ຳຂອງ​ເບື້ອງ​ຝັ່ງ​ໄທ ທັງ​ໝົດ​ຈຳນວນ 167 ຈຸດ.

ກອງ​ປະຊຸມ​ຄັ້ງ​ນີ້, ທັງສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ພິຈາລະນາ​​ ແກ້​ໄຂບັນຫາຫລັກ​ໝາຍຊາຍ​ແດນທີ່​ຄົງ​ຄ້າງ​​ໃຫ້​ຫລຸດ​ໜ້ອຍ​ລົງ ​ໂດຍ​ໄດ້​ວາງ​ແຜນການ​ປະຕິບັດ​ງານ​ໃນສົກ​ປີ 2018-19 ຊຶ່ງ​ມອບ​ໝາຍ​ໃຫ້ຄະນະ​ເຈົ້າ​ໜ້າ​ທີ່​ອາວຸ​ໂສສືບ​ຕໍ່​ລົງ​ກວດກາ​ພື້ນ​ທີ່​ຕົວ​ຈິງ​ໃນ 3 ບໍລິ​ເວນ ຄື: ບໍລິ​ເວນພູ​ຜາ​ໝົ່ນ, ບໍ​ລິ​ເວນ​ສາມ​ບ້ານ ​ແລະ ບໍລິ​ເວນ​ຕົ້ນ​ກຳ​ເນີ​ດນ້ຳ​ເຫືອງ. ພ້ອມ​ກັນ​ນັ້ນ, ກໍ​ມອບ​ໝາຍ​ໃຫ້​ຄະນະ​ປະຕິບັດ​ງານຮ່ວມທາງ​ດ້ານ​ກົດໝາຍ ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ຊອກ​ຊ່ອງ​ທາງ​ແກ້​ໄຂ​ຈຸດ​ຄົງ​ຄ້າງ ທັງ​ນີ້​ເພື່ອ​ແນ​ໃສ່​ໃຫ້​ການ​ສຳ​ຫລວດ​ ແລະ ​ປັກ​ຫລັກ​ໝາຍຊາຍ​ແດນ​ ລາວ​-ໄທ ທາງບົກ​​ ໃຫ້ສຳ​ເລັດ​ໃນ​ປີ 2020 ແລ​ະ ທາງ​ນ້ຳ ​ໃຫ້ສຳ​ເລັດ​ໃນ​ປີ 2021.

​ໂດຍ​ລວມ​ແລ້ວ, ການ​ສຳ​ຫລວດ ​ແລະ ປັກ​ຫລັກ​ໝາຍ​ຊາຍ​ແດນລາວ-​ໄທ ທາງບົກ ​ໄດ້​ເລີ່​ມມາ​ແຕ່​ວັນ​ທີ 5 ພຶດສະພາ 1997 ​ເປັນ​ຕົ້ນ​ມາຈົນ​ເຖິງ​ປະຈຸ​ບັນ, ຊຶ່ງທັງ​ສອງ​ຝ່າຍ​ສາມາດ​ສຳ​ຫລວດ ​ແລະ ປັກ​ຫລັກ​ໝາຍ​ຮ່ວມ​ກັນ​ສຳ​ເລັດ​ແລ້ວ ຈຳນວນ 210 ຫລັກ​ໝາຍ ລວມລວງ​ຍາວ​ຂອງ​ເສັ້ນ​ຊາຍ​ແດນ 676 ກິ​ໂລ​ແມັດ, ​ເທົ່າ​ກັບ 93% ຂອງ​ຄວາມ​ຍາວ​ເສັ້ນ​ຊາຍ​ແດນ​ທາງບົກ​ທັງ​ໝົດ​ປະມານ 735 ກິ​ໂລ​ແມັດ ຫລື ​ເທົ່າ​ກັບ 37% ຂອງ​ເສັ້ນ​ຊາຍ​ແດນ​ທັງ​ທາງບົກ ​ແລະ ທາງ​ນ້ຳ ທີ່​ມີ​ຄວາມ​ຍາວ​ປະມານ 1,835 ກິ​ໂລ​ແມັດ.

ກອງປະຊຸມ ໄດ້ດຳເນີນໄປ​ໃນທ່າມກາງບັນຍາກາດໄມຕີຈິດມິດຕະພາບ ໂດຍ​ທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນນຳ​ກັນຢ່າງກົງໄປກົງມາ ດ້ວຍຄວາມຈິງໃຈ ແລະ ສ້າງສັນ, ຖານບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງເຫັນວ່າເປັນບາດກ້າວໜຶ່ງທີ່​ຊຸກຍູ້ເລັ່ງລັດການສຳຫລວດ ​ແລະ ປັກຫລັກ​ໝາຍ​ຊາຍ​ແດນຮ່ວມ​ກັນ ໃຫ້​ມີຄວາມຄືບໜ້າ ​ເພື່ອ​ແກ້ໄຂຈຸດຫລັກ​ໝາຍ​ຊາຍ​ແດນຄົງຄ້າງ ໃຫ້ສຳເລັດຕາມລະດັບຄາດໝາຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485760
ມື້ນີ້59
ມື້ວານ206
ອາທິດນີ້796
ເດືອນນີ້5065