ໃນວັນທີ 25 ມັງກອນ 2018 ທີ່ ນິວເດັນລີ, ອິນເດຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການພົວພັນອາຊຽນ-ອິນເດຍ ພາຍໃຕ້ຄຳຂວັນ “ຄຸນຄ່າຮ່ວມກັນ, ຊະຕາກໍາດຽວກັນ”. ກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ນັບຕັ້ງແຕ່ໄດ້ສ້າງຕັ້ງການພົວພັນນຳກັນໃນປີ 1992 ເປັນຕົ້ນມາ ໂດຍສະເພາະແມ່ນການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2012 ເຊິ່ງເຫັນໄດ້ວ່າມີຄວາມຄືບໜ້າອັນໜ້າເພິ່ງພໍໃຈໃນຫຼາຍດ້ານ ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.
ບັນດາຜູ້ນຳອາຊຽນ ແລະ ອິນເດຍ ໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືອາຊຽນ-ອິນເດຍ ໃນຕໍ່ໜ້າ ແລະ ໄດ້ເຫັນດີສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອິນເດຍ ໂດຍເນັ້ນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນດ້ານຕ່າງໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການເຊື່ອມຈອດ ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງ ແລະ ດີຈີຕອນ; ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໃນຖານະທີ່ສອງຝ່າຍເປັນຄູ່ຄ້າທີ່ສຳຄັນຂອງກັນ ແລະ ກັນ (ອາຊຽນເປັນຄູ່ຄ້າໃຫຍ່ອັນດັບສີ່ຂອງອິນເດຍ, ແລະ ອິນເດຍ ເປັນຄູ່ຄ້າໃຫຍ່ອັນດັບເຈັດຂອງອາຊຽນ) ດ້ວຍການນຳໃຊ້ຜົນປະໂຫຍດສູງສຸດຈາກເຂດການຄ້າເສລີ ອາຊຽນ-ອິນເດຍ, ການເລັ່ງລັດການເຈລະຈາສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ ແລະ ສົ່ງເສີມການຮ່ວມມືລະຫວ່າງພາກທຸລະກິດ; ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີ-ວິທະຍາສາດ, ພະລັງງານ, ກະສິກໍາ, ການທ່ອງທ່ຽວ, ວັດທະນະທຳ, ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີບາງຈຸດທີ່ສຳຄັນ ເປັນຕົ້ນແມ່ນໄດ້ເນັ້ນຄວາມສຳຄັນຂອງການເຂົ້າເຖິງແຫຼ່ງທຶນ ສຳລັບຈຸນລະທຸລະກິດ, ທຸລະກິດຂະຫນາດນ້ອຍ ແລະ ກາງ (MSMEs), ຊຸກຍູ້ການຮ່ວມມືໃນຂົງເຂດການປູກຝັງ ແລະ ລ້ຽງສັດ, ການຈັດຕັ້ງປະຕິບັດມາດຕະການ ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນແລະການທ່ອງທ່ຽວ, ລວມທັງສະເໜີໃຫ້ອິນເດຍ ພິຈາລະນາສະໜອງທຶນການສຶກສາ ໄລຍະສັ້ນ ແລະ ໄລຍະຍາວ ຢູ່ ອິນເດຍ ໃນຂົງເຂດຕ່າງໆລວມທັງ ດ້ານວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ແກ່ບັນດາປະເທດອາຊຽນ, ພິເສດແມ່ນປະເທດ ລາວ-ຫວຽດນາມ-ກຳປູເຈຍ-ມຽນມາ (CLMV), ສະເໜີຮັດແໜ້ນການເຊື່ອມຈອດ ລະຫວ່າງອາຊຽນ ແລະ ອິນເດຍ ລວມທັງການເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ມີສາຍການບິນໂດຍກົງຈາກ ອິນເດຍ ໄປຍັງບັນດາປະເທດ CLMV, ແລະ ການເຊື່ອມຕໍ່ທາງດ່ວນ ອິນເດຍ-ມຽນມາ-ໄທ ໄປຍັງລາວ-ຫວຽດນາມ-ກໍາປູເຈຍ ໃນອະນາຄົດ ພ້ອມທັງສະເໜີໃຫ້ ອິນເດຍ ສະໜັັບສະໜູນການພັດທະນາເສັ້ນທາງຫຼວງ ອິນເດຍ-ມຽນມາ-ລາວ-ຫວຽດນາມ-ກໍາປູເຈຍ, ເປັນຕົ້ນແມ່ນຍົກລະດັບເສັ້ນທາງບາງຈຸດຢູ່ທາງພາກເໜືອຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເຊື່ອມໂຍງເຄືອຂ່າຍທາງຫຼວງອາຊຽນ ກັບລະບົບທາງຫຼວງທີ່ຢູ່ທາງພາກຕາເວັນອອກຂອງອິນເດຍ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ອາຊຽນ ແລະ ອິນເດຍ.
ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ແລະ ຄວາມໝັ້ນຄົງທາງທະເລ ເຊິ່ງກວມເອົາທັງການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທາງທະເລ ແລະ ການຮ່ວມມືເພື່ອຮັບມືກັບບັນຫາອາຊະຍະກໍາຂ້າມຊາດທາງທະເລ. ຄຽງຄູ່ກັນນັ້ນ, ກໍ່ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການກໍ່ການຮ້າຍ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພພິບັດທາງທໍາມະຊາດ ແລະ ບັນຫາອື່ນໆ.
ໃນກອງປະຊຸມຄັ້ງນີ້ ບັນດາຜູ້ນຳອາຊຽນ ແລະ ອິນເດຍ ໄດ້ເຫັນດີຮັບຮອງເອົາ ຖະແຫຼງການເດັນລີ ກ່ຽວກັບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ ທີ່ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງອາຊຽນ ແລະ ອິນເດຍ ໃນການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆໃນຊຸມປີຕໍ່ໜ້າ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຮ່ວມກັບຜູ້ນໍາປະເທດອາຊຽນອື່ນ ແລະ ຜູ້ນຳອິນເດຍ ເປີດສະແຕມ ທີ່ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ການພົວພັນທາງດ້ານວັດທະນະທຳ ລະຫວ່າງອາຊຽນ ແລະ ອິນເດຍ, ເຊິ່ງເປັນໜຶ່ງໃນບັນດາກິດຈະກຳສະເຫຼີມສະຫຼອງໂອກາດສຳຄັນຂອງການພົວພັນອາຊຽນ-ອິນເດຍ ໃນຄັ້ງນີ້.