ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດປະທານປະເທດ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ

20190503VNP

20190503VNP1

20190503VNP2

20190503VNP3

20190503VNP4

 

ໃນລະຫວ່າງວັນທີ 02-03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ,ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ.

ອ່ານເພີ່ມເຕີມ... 

ການນໍາພັກ-ລັດຖະບານລາວ ເຂົ້າຮ່ວມພິທີວາງພວງມາລາ ຢູ່ ສະຖານທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ຕໍ່ການເສຍຊີວິດຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດຫວຽດນາມ

 

PSshowrespectLeDuekAng1PSshowrespectLeDuekAng2

 

ໃນວັນທີ 03 ພຶດສະພາ 2019, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງຂອງ ສປປ ລາວ ຕາງໜ້າ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງສະຫາຍ ເລ ດຶກ ແອັງ, ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ V,VI,VII,VIII; ອະດີດເລຂາທິການສູນກາງພັກ ສະໄໝທີ VII, ອະດີດສະມາຊິກສະພາແຫ່ງຊາດ ສະໄໝທີ VI,VII,VIII ແລະ IX, ອະດີດປະທານປະເທດແຫ່ງສສຫວຽດນາມ. ດັ່ງມີເນື້ອໃນລະອຽດລຸ່ມນີ້:

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ຜູ້ປະສານງານຂອງອົງການ ສປຊ ຄົນໃໝ່ ປະຈຳ ສປປ ລາວ

201953-slx-UNRC

    ໃນ​ຕອນເຊົ້າ​ຂອງ​ວັນ​ທີ 03 ພຶດສະພາ 2019 ທີ່ ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ສະເຫລີມໄຊ ກົມມະສິດ,​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ​ແລະ ຍື່ນຈົດໝາຍແຕ່ງ​ຕັ້ງ​ຂອງ​ ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ (Ms. Sara Sekeness-Tollefsen), ເພື່ອມາດຳລົງຕຳແໜ່ງເປັນຜູ້ປະສານງານຂອງ​ ອົງການສະຫະປະຊາຊາດ (UNRC) ຄົນໃໝ່ ປະຈຳ ສປປ ລາວ.​

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486425
ມື້ນີ້121
ມື້ວານ220
ອາທິດນີ້87
ເດືອນນີ້5730