ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ຜູ້ປະສານງານຂອງອົງການ ສປຊ ຄົນໃໝ່ ປະຈຳ ສປປ ລາວ

201953-slx-UNRC

    ໃນ​ຕອນເຊົ້າ​ຂອງ​ວັນ​ທີ 03 ພຶດສະພາ 2019 ທີ່ ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ສະເຫລີມໄຊ ກົມມະສິດ,​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ​ແລະ ຍື່ນຈົດໝາຍແຕ່ງ​ຕັ້ງ​ຂອງ​ ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ (Ms. Sara Sekeness-Tollefsen), ເພື່ອມາດຳລົງຕຳແໜ່ງເປັນຜູ້ປະສານງານຂອງ​ ອົງການສະຫະປະຊາຊາດ (UNRC) ຄົນໃໝ່ ປະຈຳ ສປປ ລາວ.​

   ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ມາ​ຍັງ​ຜູ້ປະສານງານ ຂອງ​ ອົງການ ສປຊ ຄົນ​ໃໝ່ ປະຈຳ ສປປ ລາວ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່​ການມາຮັບໜ້າທີ່ຂອງຜູ້ກ່ຽວ ເຊິ່ງເປັນຜູ້ທຳອິດ ທີ່ມາດຳລົງຕຳແໜ່ງດັ່ງກ່າວ ພາຍຫລັງທີ່ອົງການສະຫະປະຊາຊາດ ໄດ້ມີການປະຕິຮູບກົນໄກການເຮັດວຽກຂອງຕົນ ໂດຍສະເພາະແມ່ນການແຍກ​ຫ້ອງການ ຜູ້ປະສານງານຂອງອົງການ ສປຊ ອອກຈາກ ອົງການ ສປຊ ເພື່ອການພັດທະນາ (UNDP) ຢ່າງຂາດຕົວ, ທັງນີ້ກໍເພື່ອຍົກບົດບາດວຽກງານປະສານງານຂອງ ສປຊ ໃນລະດັບຊາດໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງກວ່າເກົ່າ.​ ໃນນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ​ຍັງ​ໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍ​ໃຕ້​ການ​ນຳພາ​ຂອງ ທ່ານ ນາງ Sara Sekness-Tollefsen, ໃນຖານະເປັນຜູ້ສານງານຂອງອົງການ ສປຊ, ອົງການ ສປຊ ແລະ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ສືບຕໍ່​ໃຫ້ການສະໜັບສະໜູນ​ແກ່ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດບັນດາວຽກງານທີ່ເປັນບູລິມະສິດຂອງລັດຖະບານໂດຍສະເພາະແມ່ນວຽກງານລົບລ້າງຄວາມທຸກຍາກ ແລະ ຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານໃນແຕ່ລະໄລຍະ, ແນ່ໃສ່ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກວດກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ພ້ອມທັງເຮັດໃຫ້ການພັດທະນາຂອງ ສປປ ລາວ ຄ່ອຍໆຍັບເຂົ້າໃກ້ລະດັບການພັດທະນາຂອງພາກພື້ນ ແລະ ສາກົນ. ຕອນທ້າຍນີ້, ທ່ານ ລັດຖະມົນຕີ ກໍ່​ຍັງ​ສະ​ແດງຄວາມ​ຂອບ​ໃຈ ພ້ອມ​ທັງ​ອວຍພອນ​ໃຫ້​ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ ​ຈົ່ງປະສົບ​ຜົນສຳ​ເລັດ​ໃນ​ການມາ​ປະຕິບັດ​ໜ້າ​ທີ່​ຂອງ​ທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.​

​          ໃນໂອກາດ​ດຽວ​ກັນ​ນີ້,​ ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານ ສະເຫລີມໄຊ ກົມມະສິດ, ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ທີ່​ໄດ້​ອະນຸມັດ​ໃຫ້​ທ່ານ ມາ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ. ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ໃນນາມ UNRC ທ່ານຈະ​ສືບ​ຕໍ່ເພີ່ມ​ທະວີ​ບົດບາດຂອງຕົນໃນການປະສານງານ ແລະ ເປັນຂົວຕໍ່ໃຫ້ແກ່ການ​ຮ່ວມ​ມື ແລະ ເຮັດວຽກຢ່າງໃກ້ຊິດ ລະຫວ່າງ ອົງການເຄືອຄ່າຍ ສປຊ ແລະ ​ລັດຖະບານ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນງານຕ່າງໆ ທີ່ເປັນບູລິມະສິດຂອງ ສປປ ລາວ ​ໃຫ້​ໄດ້​ຮັບ​ໝາກຜົນທີ່​ດີ​ໃນຕໍ່ໜ້າ. ​ ​

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480209
ມື້ນີ້39
ມື້ວານ157
ອາທິດນີ້607
ເດືອນນີ້6440