ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາປະຊາຊົນທົ່ວປະເທດຈີນ

 

PSmeetNA1 PSmeetNA

 

ໃນຕອນແລງຂອງວັນທີ 26 ເມສາ 2019, ໃນໂອກາດຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ພົບປະກັບ ສະຫາຍ ລີ ຈ້ານຊູ, ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປະຊາຊົນທົ່ວປະເທດຈີນ.

ອ່ານເພີ່ມເຕີມ... 

ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລື “ ໜຶ່ງແລວ ໜຶ່ງເສັ້ນທາງ ” ເພື່ອການຮ່ວມມືສາກົນ ຄັ້ງທີ 2 ແລະ ເຂົ້າຮ່ວມກອງປະຊູມລະດັບສູງ ທີ່ນະຄອນຫຼວງ ປັກກີ່ງ.

 

2BeltandRoads

 

ໃນຕອນເຊົ້າວັນທີ 26 ເມສາ 2019, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລື ໜຶ່ງແລວ ໜຶງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ່ 2 ທີ່ນະຄອນຫຼວງ ປັກກີ່ງ, ສປ ຈີນ, ພາຍໃຕ້ຫົວຂໍ້: ການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ, ສ້າງອານາຄົດທີ່ສົດໃສດ້ວຍກັນ ໂດຍການເປັນປະທານເປີດຂອງພະນະທ່ານ ສີ ຈີ້ນຜີງ, ປະທານປະເທດ ແຫ່ງ ສປ ຈີນ ແລະ ມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ເລຂາທິການໃຫຍ່ ສປຊ ລວມທັງອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມຢ່າງຫຼວງຫຼາຍທີ່ມາຈາກທະວິບ ອາຊີ, ເອີຣົບ, ອາເມລິກາ ແລະ ອາຟຣິກາ. ໃນພິທີເປີດດັ່ງກ່າວ, ປະທານ ສີ ຈີ້ນຜີງ ໄດ້ຕີລາຄາສູງຕໍ່ຫມາກຜົນສຳເລັດໃນ 5 ຂົງເຂດບູລິມະສິດການຮ່ວມມືທີ່ ສປ ຈີນ ແລະ ບັນດາປະເທດລຽບຕາມ ຫນຶ່ງແລວ ຫນຶ່ງເສັ້ນທາງໄດ້ຮ່ວມກັນຂຈັດຕັ້ງປະຕິບັດ ຂໍ້ລິເລີ່ມດັ່ງກ່າວໃນໄລຍະ 2 ປີຜ່ານມາ, ນັບຕັ້ງແຕ່ກອງປະຊຸມ ຫນຶ່ງແລວ ຫນຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2017. ພ້ອມດຽວກັນນີ້, ປະທານ ສີ ຈິ້ນຜິງ ຍັງໄດ້ກ່າວຕື່ມວ່າ ສປ ຈີນ ໃຫ້ຄວາມສຳຄັນ ແລະ ຈະສືບຕໍ່ສະຫນັບສະຫນູນ 6 ແລວເສດຖະກິດຫລັກທີ່ເນັ້ນໃສ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງຂອງບັນດາປະເທດລຽບຕາມຫນຶ່ງແລວ ຫນຶ່ງເສັ້ນທາງ ໃຫ້ສາມາດເຊື່ອມຈອດກັນຕາມທ່າແຮງ ແລະ ຈຸດພິເສດຂອງແຕ່ລະປະເທດ ແລະ ແຕ່ລະຂົງເຂດ ອັນເປັນປັດໃຈສຳຄັນຫນຶ່ງໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ອ່ານເພີ່ມເຕີມ... 

ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2

 

PSmeetLee1 

20190426PresidentVisitChina

 

ຕອບສະໜອງຄາມຄໍາເຊື້ອເຊີນ ຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄດ້ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ ຫາວັນທີ 01 ພຶດສະພາ 2019.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486414
ມື້ນີ້110
ມື້ວານ220
ອາທິດນີ້76
ເດືອນນີ້5719