ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2019, ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂອເມໂຣ ອາໂກດສຕາ ອານວາເຣັດສ (Homero Acosta Alvarez), ກໍາມະການສູນກາງພັກຄອມມູນິດກູບາ, ເລຂາທິການສະພາແຫ່ງລັດ, ສະມາຊິກສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສາທາລະນະລັດ ກູບາ, ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 06-07 ມິຖຸນາ 2019.
ໃນວັນທີ 04 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ເຊນູກາ ເຊເນວິຣັດນາ (Kshenuka Dhireni Senewwira), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດທີ່ຈະສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນເວລາອັນໃກ້ໆນີ້.
ໃນວັນທີ 27 ພຶດສະພາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP)ທີ່ ບາງກອກ, ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງຄວາມອາດສາມາດ, ການຮັບປະກັນການມີສ່ວນຮ່ວມ ແລະ ຄວາມສະເໝີພາບ” ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບກຽດຢ່າງສູງຈາກ ຄະນະຈັດຕັ້ງກອງປະຊຸມ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດສະມາຊິກໃຫ້ເປັນ ປະທານຮັກສາການ ນຳພາການດຳເນີນພິທີເປີດກອງປະຊຸມຄັ້ງນີ້ຢ່າງເປັນທາງການ. ໃນຕອນບ່າຍຂອງມື້ດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຂຶ້ນກ່າວປາໄສຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງບາງຕອນທ່ານໄດ້ຊີ້ໃຫ້ເຫັນເຖິງສະພາບເສດຖະກິດ ແລະ ການພັດທະນາຂອງພາກພື້ນອາຊີ-ປາຊິຟິກ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ກາຍເປັນສູນກາງ ຂັບເຄື່ອນເສດຖະກິດໂລກ, ແຕ່ອີກດ້ານໜຶ່ງບັນດາປະເທດໃນພາກພື້ນຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ຄວາມບໍ່ເທົ່າທຽມ ແລະ ຄວາມແຕກໂຕນດ້ານການພັດທະນາ, ຄວາມທຸກຍາກຂອງປະຊາຊົນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ ແລະ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມຍຶນຍົງຂອງການພັດທະນາ ຢູ່ບັນດາປະເທດໃນພາກພື້ນ, ສະນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ມັນຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ບັນດາປະເທດໃນພາກພື້ນ ກໍຄື ທຸກພາກສ່ວນໃນສັງຄົມຈົ່ງເພີ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ. ນອກນັ້ນ, ທ່ານລັດຖະມົນຕີຍັງໄດ້ຍົກໃຫ້ເຫັນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເຊື່ອມສານວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນ ໂດຍຖືເອົາວຽກງານລົບລ້າງຄວາມທຸກຍາກເປັນບູລິມະສິດຕົ້ນຕໍ ຕິດພັນກັບການສົ່ງເສີມການສຶກສາ ແລະ ວຽກງານສາທາລະນະສຸກ, ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແນ່ໃສ່ນຳພາປະເທດຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ. ຕອນທ້າຍ ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນ ແລະ ເຕັກນິກວິຊາການດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຫວັງເປັນຢ່າງຫຍິ່ງວ່າ ວົງຄະນະຍາດສາກົນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອສາມາດບັນລຸບັນດາຄາດໝາຍແຫ່ງຊາດດ້ານການພັດທະນາ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນລະດັບຊາດ. ຕະຫຼອດໄລຍະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຄະນະຜູ້ແທນລາວຈະໄດ້ສືບຕໍ່ປະກອບຄຳຄິດຄຳເຫັນຢ່າງຫ້າວຫັນ ແລະ ສ້າງສັນຕໍ່ການພິຈາລະນາບັນດາຫົວຂໍ້ຍ່ອຍຂອງກອງປະຊຸມ ແລະ ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມຕ່າງໆ ຊຶ່ງຈະໄດ້ດຳເນີນໄປຈົນເຖິງວັນທີ 31 ພຶດສະພາ 2019 ຈຶ່ງຈະປິດລົງ.
ຄະນະກຳມາທິການ UNESCAP ແມ່ນອົງກອນພາກພື້ນດ້ານການພັດທະນາຂອງອົງການ ສປຊ, ຊຶ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ມີປະເທດສະມາຊິກ 53 ປະເທດ. ຄະນະກຳມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງປະຊຸມໃຫ່ຍຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈໍາພາກພື້້ນອາຊີ-ປາຊີຟິກ ຄັ້ງທີ 75 ນີ້ດຳເນີນໄປພາຍໃຕ້ບັນຍາກາດອັນສ້າງສັນ ເຊິ່ງຖືເປັນຂີດໝາຍອັນດີໃຫ້ແກ່ການເສີມຂະຫຍາຍ ການພົວພັນຮ່ວມມືແບບຫຼາຍຝ່າຍ ຂອງບັນດາປະເທດໃນຂົງເຂດອາຊີ-ປາຊິຟິກໃຫ້ນັບມື້ແຕກດອກອອກຜົນຫຍິ່ງໆຂຶ້ນໃນອະນາຄົດ.