ໃນວັນທີ 03 ພຶດສະພາ 2019, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງຂອງ ສປປ ລາວ ຕາງໜ້າ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງສະຫາຍ ເລ ດຶກ ແອັງ, ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ V,VI,VII,VIII; ອະດີດເລຂາທິການສູນກາງພັກ ສະໄໝທີ VII, ອະດີດສະມາຊິກສະພາແຫ່ງຊາດ ສະໄໝທີ VI,VII,VIII ແລະ IX, ອະດີດປະທານປະເທດແຫ່ງສສຫວຽດນາມ. ດັ່ງມີເນື້ອໃນລະອຽດລຸ່ມນີ້:
“ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ຮູ້ສຶກໂສກເສົ້າເສຍໃຈເປັນຢ່າງຍີ່ງເມື່ອໄດ້ຮັບຂ່າວການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ການຈາກໄປຂອງສະຫາຍ ເລ ດຶກ ແອັງ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກ ຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນມິດ ສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດ ຂອງພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າອີກດ້ວຍ.
ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງຫວຽດນາມ ຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຫຼາຍກວ່າ 80 ປີ ຂອງຕົນ ທັງໃນຂະບວນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ກອບກູ້ ແລະ ທ້ອນໂຮມປະເທດຊາດ ຫວຽດນາມ, ແລະ ໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫາຍ ເລ ດຶກ ແອັງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.
ໃນຊ່ວງເວລາໂສກເສົ້າເສຍດາຍນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊື້ງ ແລະ ຂໍແບ່ງເບົາຄວາມທຸກໂສກເສຍໃຈ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຄືຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ເລ ດຶກແອັງ ມານະໂອກາດນີ້ດ້ວຍ.
ຂໍສະແດງຄວາມອາໄລຮັກຢ່າງສຸດຊື້ງເຖິງດວງວິນຍານ ຂອງ ສະຫາຍ ເລ ດຶກແອັງ ຈົ່ງໄປສູ່ສຸຂະຕິດ້ວຍເຖິນ.”
ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ນຳພາບັນດາຄະນະກົມພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຢູ່ ສະຖານທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ເຊັ່ນດຽວກັນ.