ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຕ່າງປະເທດອາຊຽນຄື: 1. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ; 2. ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 19; ແລະ 3. ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 23.
ໃນຕອນບ່າຍ ຂອງວັນທີ 19 ມິຖຸນາ 2019, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງປະກາດການແຕ່ງຕັ້ງຮອງຫົວໜ້າກົມ 01 ທ່ານ, ຫົວໜ້າພະແນກ 4 ທ່ານ, ຮອງຫົວໜ້າພະແນກ 5 ທ່ານ, ແລະ ໄດ້ຈັດພິທີ ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຄີພະຍານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງ ກະຊວງການຕ່າງປະເທດ. ໃນພີທີໄດ້ປະກາດການແຕ່ງຕັ້ງ ທ່ານ ດວງມະນີ ຍອດສີອຸດົມ, ຮອງຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ເປັນຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ສະບັບເລກທີ 136/ນຍ, ລົງວັນທີ 22 ພຶດສະພາ 2019. ແລະ ໄດ້ລົງນາມ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍຜູ້ເກົ່າ ແລະ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ໃໝ່. ສ່ວນຫົວໜ້າຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ເກົ່າ ທ່ານ ພູໂຂງ ສີສຸລາດ ແມ່ນໄດ້ຮັບການແຕ່ງຕັ້ງ ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ແບນຊິກ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ Chen Hao, ເລຂາພັກແຂວງ ແຂວງຢຸນນານ, ສປ ຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາສະຫາຍການນໍາ ແລະ ອໍານາດການປົກຄອງແຂວງຢຸນນານ ສປ ຈີນ ໃນລະຫວ່າງວັນທີ 17-19 ມິຖຸນາ 2019 ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ ລາວ-ຈີນ.