ໃນວັນທີ 01-02 ມິຖຸນາ 2016 ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກວ່າດ້ວຍ ອາຊຽນ ຄັ້ງທີ 25 (25th World Economic Forum on ASEAN) ທີ່ ກົວລາລຳເປີ, ປະເທດ ມາເລເຊຍ ໂດຍການເປັນປະທານຮ່ວມ ຂອງ ພະນະທ່ານ ນາຈິບ ຣາຊັກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ອົງການເວທີປຶກສາຫາລືເສດຖະກິດໂລກ (WEF). ກອງປະຊຸມໃນຄັ້ງນີ້ ໄດ້ມີບັນດາຜູ້ນຳອາຊຽນ ແລະ ຂອງຫຼາຍປະເທດ, ຕົວແທນຈາກພາກລັດຖະບານ ແລະ ພາກທຸລະກິດໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມຫຼາຍກວ່າ 600 ທ່ານ ຈາກ 50 ປະເທດໃນໂລກ.
ໃນລະຫວ່າງວັນທີ 30 ພຶດສະພາ ຫາ 1 ມິຖຸນາ 2016, ທີ່ ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ອາຊີ-ປາຊີຟິກ ຄັ້ງທີ 30 (APR@ 30) ໃນຖານະເປັນແຂກພິເສດ ແລະ ໄດ້ມີຄໍາເຫັນຕໍ່ ວາລະທີສອງ ຂອງກອງປະຊຸມດັ່ງກ່າວ (ປະຊາຄົມອາຊຽນ: ການເຊື່ອມໂຍງໃນຍຸກແຫ່ງການຕໍ່ສູ້ຍາດແຍ່ງດ້ານຜົນປະໂຫຍດ), ເຊິ່ງໄດ້ຮັບການຕີລາຄາສູງຈາກຜູ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ໃຫຍ່ “ ການຮ່ວມມື ແລະ ການແຂ່ງຂັນທ່າມກາງສະພາບການປ່ຽນແປງຂອງພາກພື້ນ ( Cooperation and Contestation in a Changing Regional Landscape ), ເຊິ່ງມີ 4 ຫົວຂໍ້ຫຍ່ອຍຄື: 1. ຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ: ສະພາບການໃນປັດຈຸບັນ ແລະ ທິດທາງໃນອານາຄົດ; 2. ປະຊາຄົມອາຊຽນ: ການເຊື່ອມໂຍງໃນຍຸກແຫ່ງການຕໍ່ສູ້ຍາດແຍ່ງດ້ານຜົນປະໂຫຍດ; 3. ຍຸດທະສາດດ້ານຈິດໃຈ ເພື່ອຕໍ່ສູ້ກັບຄວາມມືດບອດ, ການໃຊ້ກຳລັງ ແລະ ຄວາມຮຸນແຮງ; ແລະ 4. ລາຄານໍ້າມັນ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ພູມສາດການເມືອງໂລກທີ່ຈະເກີດຂຶ້ນໃນອານາຄົດ.
ວັນທີ 30 ພຶດສະພາ 2016, ຜູ້ນຳເຮົາປະກອບມີ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ດິງ ລາ ຖັງ, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ, ເລຂາຄະນະພັກນະຄອນໂຮ່ຈິີ່ມິງ, ສສ.ຫວຽດນາມ ພ້ອມຄະນະ, ໃນໂອກາດທີ່ ສະຫາຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະພັກນະຄອນຫລວງວຽງຈັນ.