ໃນວັນທີ 6 ພຶດສະພາ 2016, ທີ່ ສະພາແຫ່ງຊາດ, ທ່ານ ສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄໍານັບຂອງ ທ່ານ ນາງ ອອງຊານ ຊູຈີ, ປະທານທີ່ປຶກສາ ປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີ ປະຈໍາສໍານັກງານ ປະທານປະເທດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ແລະ ຄະນະ ໃນໂອກາດເດີນທາງຮ່ວມກັບ ປະທານາທິບໍດີ ອູ ຕິນ ຈໍ ຢ້ຽມຢາມທາງລັດຖະກິດ ສປປ ລາວ ຢ່າງເປັນທາງການ.
ໃນວັນທີ 6 ພຶດສະພາ 2016, ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ພົບປະຂອງ ທ່ານ ອູ ຕິນ ຈໍ, ປະທານາທິບໍດີ ແຫ່ງ ສສ ມຽນມາ ແລະ ຄະນະ ພາຍຫລັງ ທີ່ໄດ້ດໍາລົງຕໍາແໜ່ງໃໝ່ ໃນໂອກາດທີ່ ທ່ານໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.