ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມ ພົບປະກັບພາຍນອກຂອງ ກຸ່ມ ຈີ7

G71 G72

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໃນຖານະປະເທດເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດ ກຸ່ມ ຈີ7. ໃນວັນທີ 26-27 ພຶດສະພາ 2016, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນຖານະປະທານໝູນວຽນອາຊຽນ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພົບປະກັບພາຍນອກຂອງ ກຸ່ມ ຈີ7, ທີ່ ແຂວງມິເອະ, ປະເທດ ຍີ່ປຸ່ນ.

 

ໃນວັນທີ 27 ພຶດສະພາ 2016, ພະນະທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບພາຍນອກຂອງກຸ່ມ ຈີ7 ຊຶ່ງຈັດຂຶ້ນຢູ່ທີ່ ເມືອງອິເຊະ-ຊິມະ, ແຂວງມິເອະ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ນຳຂອງບັນດາປະເທດສະມາຊິກ ກຸ່ມ ຈີ7 ຄື: ຍີ່ປຸ່ນ, ການາດາ, ຝຣັ່ງ, ເຢຍລະມັນ, ອີຕາລີ, ອັງກິດ, ສະຫະລັດ ອາເມລິກາ ແລະ ສະຫະພາບ ເອີຣົບ. ສ່ວນບັນດາປະເທດທີ່ໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມໃນການພົບປະມີ: ສປປ ລາວ ( ໃນຖານະປະທານໝູນວຽນອາຊຽນ ), ຫວຽດນາມ, ອິນໂດເນເຊຍ, ບັງກລາເທດ, ສີລັງກາ, ປາປົວ-ນິວກີນີ, ສາທາລະນະລັດ ຊາດ (ໃນຖານະປະທານ ສະຫະພາບ ອາຟຣິກາ). ນອກນັ້ນ, ກໍຍັງມີອົງການຈັດຕັ້ງພາກພື້ນ ແລະ ສາກົນຕ່າງໆ ກໍໄດ້ຖືກເຊີນເຂົ້າຮ່ວມ ເຊັ່ນ: ອົງການ ສະຫະປະຊາຊາດ, ທະນາຄານ ພັດທະນາອາຊີ, ທະນາຄານໂລກ, ກອງທຶນການເງິນສາກົນ ແລະ ອົງການເພື່ອການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ.

 

ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການພັດທະນາພາຍໃນປະເທດ ແລະ ພາກພື້ນຕ່າງໆ ເພື່ອຊອກຫາຊ່ອງທາງ ແລະ ມາດຕະການໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງພາກພື້ນອາຊີ ກໍຄືການຮ່ວມມືເພື່ອບັນລຸວາລະ 2030 ເພື່ອການພັດທະນາທີ່ຍືນຍົງ ໂດຍຜ່ານການຊຸກຍູ້ການພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ການສົ່ງເສີມການເຊື່ອມຈອດ ໃນຮູບແບບທີ່ປະກອບສ່ວນເຂົ້າໃນການຂະຫຍາຍຕົວທີ່ຍືນຍົງ ແລະ ການສ້າງພື້ນຖານທາງສັງຄົມ ເພື່ອຮັບມືກັບໄພພິບັດທາງທຳມະຊາດ ໄດ້ທັນການຢູ່ອາຊີ. ນອກນັ້ນ, ກໍຍັງໄດ້ປຶກສາຫາລືບັນຫາການຮັບປະກັນການເປີດກວ້າງ ແລະ ຄວາມໝັ້ນຄົງໃນທະເລ, ການຮ່ວມມືດ້ານສາທາລະນະສຸກ ແລະ ວຽກງານແມ່ຍິງ.

 

ໃນບາງຕອນບົດຄຳເຫັນຂອງ ທ່ານນາຍົກ ທອງລຸນ ສີສຸລິດ, ຊຶ່ງໄດ້ກ່າວຕໍ່ກອງປະຊຸມວ່າ ປະຊາຄົມເສດຖະກິດອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນທ້າຍປີ 2015, ເຊິ່ງເປັນເວລາດຽວກັນທີ່ບັນດາປະເທດໃນທົ່ວໂລກ ພວມສຸມໃສ່ການຈັດຕັ້ງປະຕິບັດວາລະ 2030 ຂອງສະຫະປະຊາຊາດ ເພື່ອການພັດທະນາທີ່ຍືນຍົງ. ຕະຫຼອດໄລຍະເກືອບ 5 ທົດສະວັດ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງອາຊຽນ, ໄດ້ມີຄວາມພະຍາຍາມໃນການກະກຽມຄວາມພ້ອມພື້ນຖານ ໃນການສ້າງປະຊາຄົມເສດຖະກິດອາຊຽນ, ໂດຍສະເພາະແມ່ນຄວາມພະຍາຍາມໃນການເຊື່ອມໂຍງພາກພື້ນ ແລະ ສາກົນ. ຢ່າງໃດກໍ່ຕາມ, ບັນຫາທ້າທາຍຕົ້ນຕໍສຳລັບອາຊຽນໃນການບັນລຸເປົ້າໝາຍດັ່ງກ່າວນັ້ນແມ່ນພາຍໃນອາຊຽນ ຍັງມີຄວາມແຕກໂຕນກັນດ້ານການພັດທະນາ ແລະ ໂຄງລ່າງເສດຖະກິດ ແລະ ອີກປັດໃຈໜຶ່ງສຳຄັນຕົ້ນຕໍແມ່ນຍ້ອນໂຄງລ່າງພື້ນຖານທີ່ບໍ່ພຽງພໍ ແລະ ບໍ່ໄດ້ມາດຕະຖານ ອັນເປັນສິ່ງກີດຂວາງຫຼັກໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ການຈໍລະຈອນສິນຄ້າ, ການບໍລິການ ແລະ ການລົງທຶນ ຢູ່ໃນອາຊຽນ.

 

ພ້ອມກັນນີ້, ທ່ານນາຍົກ ທອງລຸນ ສີສຸລິດ ກໍໄດ້ຢໍ້າວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອຍາວນານກັບທຸກປະເທດໃນທົ່ວໂລກ, ລວມທັງປະເທດສະມາຊິກ ກຸ່ມ ຈີ7 ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດສະມາຊິ ກຸ່ມ ຈີ7, ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໃຫ້ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລາວ ທີ່ອີງໃສ່ເປົ້າໝາຍສະຫັດສະວັດ ເພື່ອການພັດທະນາຂອງສະຫະປະຊາຊາດ, ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດໃນດ້ານຕ່າງໆ ແລະ ການພັດທະນາເສດຖະກິດແບບຍຶນຍົງ ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນຄວາມພະຍາຍາມຂອງລາວ ໃນການລົບລ້າງຄວາມທຸກຍາກ ແລະ ນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020 ແລະ ສ້າງເງື່ອນໄຂເພື່ອກ້າວເຂົ້າສູ່ການຫັນເປັນອຸດສະຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນຖານະທີ່ເປັນປະເທດດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ສປປ ລາວ ຍັງຕ້ອງການການສະໜັບສະໜູນເພີ່ມຂຶ້ນ ທັງທາງດ້ານວິຊາການ ແລະ ທາງດ້ານການເງິນ ຈາກບັນດາຜູ້ໃຫ້ທຶນສາກົນ ເພື່ອເຮັດໃຫ້ຄວາມໝາຍໝັ້ນ ໃນການຫັນປ່ຽນປະເທດຈາກທີ່ບໍມີຊາຍແດນຕິດທະເລ ໃຫ້ການເປັນປະເທດເຊື່ອມຕໍ່ ແລະ ເປັນສູນກາງແຫ່ງເຄືອຂ່າຍຄົມມະນາຄົມຂົນສົ່ງຂອງພາກພື້ນ, ໂດຍສະເພາະໃນການພັດທະນາພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ທ່າເຮືອ, ເສັ້ນທາງລົດໄຟ, ການຂົນສົ່ງທາງອາກາດ ແລະ ອື່ນໆ.

 

ນອກຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມື ລາວ-ຍີ່ປຸ່ນ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອໃຫ້ໜັກແໜ້ນຂຶ້ນກວ່າເກົ່າ. ນອກຈາກນັ້ນ, ກໍໄດ້ພົບປະສອງຝ່າຍບໍ່ເປັນທາງການ ກັບທ່ານນາຍົກລັດຖະມົນຕີ ອີຕາລີ ແລະ ນາຍົກລັດຖະມົນຕີ ການາດາ ໃນຮູບແບບຢືນເອົາ ໃນໄລຍະກອງປະຊຸມ ເພື່ອທັກທາຍແນະນຳຕົວ ແລະ ສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບໜ້າທີ່ເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488422
ມື້ນີ້28
ມື້ວານ191
ອາທິດນີ້784
ເດືອນນີ້1815