ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ

Bilateral Meeting

ໃນວັນທີ 28 ພຶດສະພາ 2016, ທີ່ ນາໂກຢາ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະສຸດຍອດຢ່າງເປັນທາງການ ສອງຝ່າຍ ກັບ ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມເປີດກວ້າງ ຈີ7 (G7) ໃນລະຫວ່າງວັນທີ 26-27 ພຶດສະພາ 2016, ທີ່ ປະເທດ ຍີ່ປຸ່ນ ຕາມຄໍາເຊີນຂອງລັດຖະບານ ຍີ່ປຸ່ນ ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2016.

ໃນການພົບປະສອງຝ່າຍ, ທ່ານ ຊິນໂຊະ ອາເບະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ຜູ້ໃໝ່ ແຫ່ງ ສປປ ລາວ, ຊຶ່ງນັ້ນໄດ້ສະແດງເຖິງຄວາມເຊື່ອໝັ້ນຂອງການນຳ ພັກ-ລັດ ກໍຄືປະຊາຊົນລາວ ຕໍ່ທ່ານເອງ, ຍີ່ປຸ່ນ ຢຶນຢັນຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ນຳຄະນະນຳຊຸດໃໝ່ຂອງ ສປປ ລາວ ຕໍ່ໄປ. ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕີຊົມຊື່ນເປັນຢ່າງຍິ່ງ ແລະ ຮູ້ສຶກເປັນກຽດທີ່ໄດ້ຖືກເຊີນເຂົ້າຮ່ວມກອງປະຊຸມເປີດກວ້າງ ຈີ7 (G7) ໃນນາມປະເທດປະທານອາຊຽນປີ 2016.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຍີ່ປຸ່ນ ໂດຍສະເພາະພາຍຫຼັງທີ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດມານີ້ ທີ່ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສືບຕໍ່ກ້າວເຂົ້າສູ່ລວງເລີກ ແລະ ເປັນຮູບປະທຳ; ຝ່າຍລາວ ເຫັນດີສະໜັບສະໜູນແຜນຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອແນ່ໃສ່ການພັດທະນາລາວແບບຍືນຍົງ ແລະ ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ເປັນຕົ້ນແມ່ນການຊ່ວຍເຫຼືອ ໃນຂະແໜງການຕ່າງໆ ເຊັ່ນ: ການພັດທະນາພື້ຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ລວມທັງການສົ່ງເສີມການລົງທຶນໂດຍກົງຂອງ ຍີ່ປຸ່ນ ຢູ່ ສປປ ລາວ ອັນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ ແລະ ສະເໜີການລົງທຶນຕ່າງໆຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບ ບັນຫາຕ່າງໆ​ພາຍ​ໃນ​ພາກ​ພື້ນ ແລະ ສາ​ກົນທີ່ສອງຝ່າຍມີຄວາມສົນໃຈ ເຊັ່ນ: ການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ແລະ 8 ບູລິມະສິດ ການເປັນປະທານອາຊຽນຂອງ ສປປ ລາວ, ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016, ການສ້າງຄວາມເຂັ້ມແຂງໃຫ້ແກ່ກອງປະຊຸມລະດັບຜູ້ນໍາປະເທດ EAS, ການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ທີ່ຈະຊ່ວຍໃນການພັດທະນາເພື່ອຫຼຸດຜ່ອນຄວາມແຕກໂຕນກັນໃນພາກພື້ນ. ສອງຝ່າຍ ສະແດງຄວາມຍິນດີ ທີ່ຈະສືບຕໍ່ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ ສາມາດຕອບສະໜອງຜົນປະໂຫຍດແກ່ ປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ລວມທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນລະຫວ່າງການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ຍັງ​ໄດ້​​ຕ້ອນຮັບການເຂົ້າ​ຢ້ຽມ​ຂໍ່ານັບຂອງ ປະທານອົງການການຄ້າພາຍນອກຍີ່ປຸ່ນ ( JETRO ), ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ຊ່ວຍກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນະຄອນນາໂກຢາ ແລະ ຮັບການເຂົ້າຢຽມຂ່ຳນັບຂອງ ທ່ານເຈົ້າແຂວງໆໄອຈິ ຕາມລຳດັບ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488395
ມື້ນີ້1
ມື້ວານ191
ອາທິດນີ້757
ເດືອນນີ້1788