ໃນວັນທີ 14 ມິຖຸນາ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຊຶ່ງເປັນຂໍ້ລິເລີ່ມຂອງອາຊຽນ, ຈັດຂຶ້ນທີ່ ຄຸນໝິງ, ແຂວງ ຢຸນນານ, ສປ ຈີນ.