ໃນວັນທີ 07 ມິຖຸນາ 2016, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ຊອຍ ແທ ບອກ, ກຳມະການກົມການເມືອງສູນກາງພັກ, ຮອງປະທານພັກແຮງງານເກົາຫລີ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອແຈ້ງໃຫ້ຊາບເຖິງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກແຮງງານເກົາຫລີ ທີ່ໄດ້ສຳເລັດລົງໃນບໍ່ດົນມານີ້.
ໃນວັນທີ 07 ມິຖຸນາ 2016, ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ Yan Kang Hyeon, ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈໍາ ລາວ, ໃນໂອກາດມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.