ໃນວັນທີ 19-20 ພຶດສະພາ 2016, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ, ຊຶ່ງໄດ້ຈັດຂຶ້ນທີ່ເມືອງໂຊຈິ, ສະຫະພັນ ລັດເຊຍ.
ໃນໂອກາດຢ້ຽມຢາມສັນທະວະໄມຕີ ສສ. ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຄັ້ງນີ້ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ້ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ນະຄອນຫລວງຮ່າໂນ້ຍ, ສສ. ຫວຽດນາມ, ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2016 ນີ້.
ໃນຕອນບ່າຍຂອງວັນທີ 15 ພຶດສະພາ 2016, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີນດາຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ທີ່ ສຳນັກງານປະທານປະເທດ, ນະຄອນຫລວງຮ່າໂນ້ຍ, ສສ.ຫວຽດນາມ.