ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນນາມເປັນປະທານອາຊຽນ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ລະຫວ່າງ ວັນທີ 19-20 ພຶດສະພາ 2016,ທີ່ ສະຫະພັນລັດເຊຍ, ເຊິ່ງມີບັນດາສະມາຊິກ 10 ປະເທດອາຊຽນ ເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາສຳຄັນຕ່າງໆ.
ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າພົບປະ ແລະ ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນບັນຫາຕ່າງໆພາຍ ໃນພາກພື້ນ ແລະ ສາກົນ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນກັບ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນລັດເຊຍ.
ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ໄດ້ດຳເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 19-20 ພຶດສະພາ 2016, ທີ່ ສະຫະພັນລັດເຊຍ, ເຊິ່ງເປັນເຫດການຄັ້ງທຳອິດ ແລະ ຍັງເປັນການສະເຫລີມສະຫລອງຄົບຮອບ 20 ປີ ຂອງການເປັນຄູ່ຮ່ວມການເຈລະຈາ ອາຊຽນ-ລັດເຊຍ ເພື່ອຮັດແໜ້ນສາຍພົວພັນການຮ່ວມມືຍິ່ງໆຂຶ້ນ ລະຫວ່າງ ອາຊຽນ-ລັດເຊຍ ໃນສະຕະວັດທີ 21. ໃນນັ້ນ ບັນຫາສຳຄັນສອງຝ່າຍລະຫວ່າງ ອາຊຽນ-ລັດເຊຍ ໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາ ກ່ຽວກັບ ສະພາບການພາຍໃນອາຊຽນ ແລະ ສາກົນທີ່ພວມເປັນສິ່ງທ້າທາຍຢ່າງໃຫຍ່ຫລວງໃນອະນາຄົດ ໂດຍສະເພາະ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດ, ການກໍ່ການຮ້າຍ ແລະ ອື່ນໆ.