ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຊັນສັນຍາຮັບໂຄງການຊ່ວຍເຫຼືອຈາກປະທານ ບໍລິສັດ ລາວເວີນ

ພິທີລົງນາມສັນຍາໂຄງການຊ່ວຍເຫຼືອກໍ່ສ້າງຂົວຂ້າມນ້ຳງື່ມ, ບ້ານນາບົງຫາບ້ານທ່າກົກໄຮ, ເມືອງ ປາກງື່ມ ແລະ ກໍ່ສ້າງເສັ້ນທາງພ້ອມດ້ວຍຂົວຂ້າມຮ່ອງແຊງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ມີຂຶ້ນເມື່ອວັນທີ 11 ມີຖຸນາຜ່ານມາ, ຢູ່ສູນການຄ້າລາວ - ໄອເຕັກ ລະຫວ່າງ ທ່ານ ດຣ. ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ, ກັບ ທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ), ປະທານ ບໍລິສັດ ລາວ ເວີນ ວິສະວະກຳກໍ່ສ້າງຂົວທາງ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ຈໍລະຈອນ, ທ່ານ ດຣ. ບຸນຈັນ ສິນທະວົງ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສອນໄຊ ສີພັນດອນ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນຈຳນວນຫຼາຍ.

   ປະທານ ບໍລິສັດ ລາວ ເວີນ ວິສະວະກຳກໍ່ສ້າງຂົວທາງ ຈຳກັດ ກ່າວວ່າ: ຕົນມີຄວາມຍິນດີ ໃຫ້ການຊ່ວຍເຫຼືອສ້າງຂົວຂ້າມນ້ຳງື່ມຢູ່ເຂດບ້ານນາບົງ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ຊຶ່ງ ຈະສ້າງເປັນຂົວເບຕົງເສີມເຫຼັກ, ຍາວ 220 ແມັດ, ໜ້າຂົວກວ້າງ 11 ແມັດ, ລວມທາງຄົນຍ່າງ 2 ເບື້ອງໆລະ 1,50 ແມັດ, ໄລຍະການກໍ່ສ້າງ 24 ເດືອນ, ມີລະບົບປ້າຍຄົບຊຸດ ລວມມູນຄ່າການກໍ່ສ້າງ ປະມານ 105 ຕື້ກີບ.

   ນອກນີ້, ຍັງເຫັນດີຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງ ເບຕົງໃນເຂດ 4 ແຍກໄຟແດງໂພນພະເນົາ ໄປຕາມເຂດວິທະຍາໄລລາວ - ອາເມຣິກາ ລຽບຄອງນ້ຳລວມມີຂົວ 3 ແຫ່ງ ເຊື່ອມຕໍ່ເສັ້ນທາງໂພນ ພະເນົາ ຍາວ 2 ກິໂລແມັດ ແລະ ກໍ່ສ້າງຂົວຂ້າມຄອງ 3 ແຫ່ງ ເຊື່ອມຕໍ່ໃສ່ເສັ້ນທາງໂພນພະເນົາ, ໜ້າທາງກວ້າງ 9 ແມັດ, ມີຮ່ອງລະບາຍນ້ຳຝົນ, ມີໄລຍະເວລາກໍ່ສ້າງແມ່ນໃຫ້ສຳເລັດທັນ ວັນສະເຫຼີມ ສະຫຼອງວັນຊາດທີ 2 ທັນວາທີ່ຈະມາ ເຖິງນີ້, ລວມມູນຄ່າການກໍ່ສ້າງ 42 ຕື້ກີບ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486167
ມື້ນີ້83
ມື້ວານ215
ອາທິດນີ້1203
ເດືອນນີ້5472