ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

4 ບໍລິສັດ ເລີ່ມດຳເນີນທຸລະກິດ ຢູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ

  ໃນ ​ວັນ​ທີ 10 ມິຖຸນາ 2015, ທີ່​ສຳນັກງານ​ບໍລິຫານ ​ເຂດ​ເສດຖະກິດ​ພິ​ເສດ ​ສະຫວັນ-​ເຊ​ໂນ ​ໄດ້​ຈັດ​ໃຫ້​ມີ​ພິທີ​ເປີດ​ ບໍລິສັດ​ລົງທຶນ​ ຈາກປະ​ເທດ​ຍີ​ປຸ່ນ ຈຳນວນ 4 ບໍລິສັດ ທີ່​ໄດ້​ເຂົ້າ​ມາ​ສ້າ​ງຕັ້ງ​ ບໍລິສັດພາຍ​ໃນ ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ ​ແຂວງ​ສະຫວັນ​ນະ​ເຂດ, ​ໂດຍ​ມີ ທ່ານ ນາງ ບົວ​ທາ ຂັດຕິຍະ, ລັດຖະມົນຕີ​ຊ່ວຍ​ວ່າການຫ້ອງວ່າການລັດຖະບານ,​ ຮອງ​ປະທານ,​ ຫົວໜ້າ​ກອງ​ເລຂາ ຄຂພສ, ​ແລະ ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ.

   4 ບໍລິສັດ ​ທີ່​ໄດ້​ຮ່ວມ​ເປີດ ​​ຢ່າງ​ເປັນ​ທາງ​ການ​ ໃນ​ຄັ້ງ​ນີ້​ລວມມີ: ບໍລິສັດ ສະຫວັນ ທີ​ວີ​ເອັສ ຄອນ​ຊາ​ຕັນ ຈຳກັດ (Savan TVS Consultant Co.,LTD) ​ ​ເຊິ່ງມີ​ມູນ​ຄ່າ​ການ​ລົງທຶນ 300.000 ​ໂດ​ລາ​ສະຫະລັດ ​ແລະ​ ທຶນ​ຈົດ​ທະບຽນ 50.000 ​ໂດ​ລາ​ສະຫະລັດ ​ ເປັນ​ບໍລິສັດ​ ໃຫ້​ບໍລິການ​ທີ່​ປຶກສາ​ ທາງ​ດ້ານກົດໝາຍ, ການ​ລົງທຶນ, ການ​ບັນຊີ,​ ອອກ​ແບບ ​ແລະ​ ຕິດຕາມ​ການ​ກໍ່ສ້າງ​ອາຄານ. ບໍລິສັດ ລາວ​ນິຊິນ ມັສຊຶກໍ່ສ້າງ​ຈຳກັດ(Lao NISHIMATSU Contruction Co.,LTD) ມີ​ມູນ​ຄ່າ​ການ​ລົງທຶນ 1 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ທຶນ​ຈົດ​ທະບຽນ 500.000 ​ໂດ​ລາ​ສະຫະລັດ ​ເພື່ອ​ສ້າງ​ຕັ້ງ​ເປັນ​ບໍລິສັດ ທີ່​ໃຫ້​ບໍລິການ​ອອກ​ແບບ ​ແລະ ​ຮັບ​ເໝົາ​ກໍ່ສ້າງ,​ ສ້ອມ​ແປງ ​ບຳລຸງ​ຮັກສາ​ອາຄານ ​ແລະ​ ລະບົບ​ໂຮງງານ​. ຫ້ອງການ​ ຜູ້ຕາງໜ້າ​ຂອງ​ບໍລິສັດ ​ໂຕ​ໂຢ​ໂຣ​ໄຊ(TOYOROZAI Co., LTD) ມີ​ມູນ​ຄ່າ​ການ​ລົງທຶນ ​ແລະ​ ທຶນ​ຈົດ​ທະບຽນ 30.000 ​ໂດ​ລາ​ສະຫະລັດ ​ໂດຍ​ສ້າງ​ຕັ້ງ​ ເປັນ​ຫ້ອງການ​ຜູ້ຕາງໜ້າ ​ເພື່ອ​ສຶກສາ ​ແລະ ​ເກັບ​ກຳ​ຂໍ້​ມູນ​ການ​ລົງທຶນ ຢູ່​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ ສະໜອງ​ໃຫ້​ບໍລິສັດ​ແມ່ ​ຢູ່​ປະ​ເທດ​ຍີ​ປຸ່ນ ພ້ອມ​ທັງ​ສົ່ງ​ເສີມ​ ການ​ສົ່ງ​ອອກ ຜະລິດ​ຕະພັນ​ໄມ້ ​ຂອງ​ລາວ​ເຂົ້າ​ສູ່​ຕະຫລາດ​ຍີ​ປຸ່ນ. ບໍລິສັດ ນິປົນ ຄອຍ ຈຳກັດ(NIPPON KOEI Co.,LTD) ​ແມ່ນ​ບໍ​ສັດ ​ທີ່​ຈົດ​ທະບຽນ​ຢູ່​ນອກ​ເຂດ ​ເຊິ່ງ​ເປັນ​ບໍລິສັດ​ທີ່​ປຶກສາ​ໂຄງການ​ສາຍ​ສົ່ງ 115 KV ​ແຂວງສະຫວັນ​ນະ​ເຂດ​ ຫາ​ ແຂວງ​ສາລະ​ວັນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480406
ມື້ນີ້64
ມື້ວານ172
ອາທິດນີ້804
ເດືອນນີ້6637