ກອງປະຊຸມຫົວໜ້າກົມການສຶກສາຊັ້ນສູງ ບັນດາປະເທດອາຊຽນ ຄັ້ງທີ 9 ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2015 ທີ່ໂຮງແຮມລາວພລາຊານະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກີລາ ໂດຍມີທ່ານ Dr. Gatol Hari Priowirijanto, ຜູ້ອຳນວຍການກອງເລຂາອົງການລັດຖະມົນຕີສຶກສາຂອງປະເທດອາຊີຕາເວັນອອກສຽງໃຕ້ ຫຼືຊີມີໂອ (SEAMEO Secretariat) ພ້ອມດ້ວຍຫົວໜ້າກົມເລຂາທິການຄະນະກຳມາທິການການສຶກສາຊັ້ນສູງຂອງ 10 ປະເທດອາຊຽນ ຜູ້ອຳນວຍການ ແລະ ເຈົ້າໜ້າທີ່ຂອງສູນເພື່ອການສຶກສາຊັ້ນສູງພ້ອມດ້ວຍແຂກທີ່ຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ກອງປະຊຸມຫົວໜ້າກົມການສຶກສາຊັ້ນສູງບັນດາປະເທດອາຊຽນໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 2005 ເປັນຕົ້ນມາໂດຍໄດ້ມີການໝູນວຽນກັນເປັນເຈົ້າພາບ ຢູ່ໃນບັນດາປະເທດອາຊຽນເຊິ່ງກອງປະຊຸມ ຄັ້ງທີ 8 ຜ່ານມາ ແມ່ນໄດ້ຈັດຂຶ້ນທີ່ນະຄອນໂຮຈີມິງ ສສຫວຽດນາມ ແລະ ກອງປະຊຸມຄັ້ງທີ 9 ນີ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມດັ່ງກ່າວເປັນຄັ້ງທຳອິດຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອສະໜອງເວທີທາງການໃຫ້ແກ່ບັນດາເຈົ້າໜ້າທີ່ລະດັບສູງດ້ານການສຶກສາຊັ້ນສູງຂອງພາກພື້ນ ໃນການປຶກສາຫາລືແລກປ່ຽນຂໍ້ມູນທົບທວນ ແລະ ຕິດຕາມຄວາມຄືບໜ້າຂອງບັນດາໂຄງການກ່ຽວຂ້ອງພ້ອມທັງຊອກຫາຊ່ອງທາງໃໝ່ໆ ໃນການພົວພັນຮ່ວມມືກັນດ້ານການສຶກສາຊັ້ນສູງຄາດໝາຍກໍ່ເພື່ອແກ້ໄຂບັນຫາດ້ານການສຶກສາຊັ້ນສູງທີ່ກຳລັງປະເຊີນຢູ່ໃນປັດຈຸບັນຢູ່ພາຍໃນພາກພື້ນ ເຊັ່ນ: ການປົກຄອງມະຫາວິທະຍາໄລ ການສ້າງຄວາມສາມາດ ແລະ ການພັດທະນາຊັບພະຍາກອນມະນຸດ ຄວາມສາມາດໃນການຄົ້ນຄວ້າການປະກັນຄຸນະພາບ ການຮັບຮູ້ ແລະ ການຮັບຮອງວຸດທິການສຶກສາ ແລະ ປະກາສະນີຍະບັດ ເຊິ່ງກັນ ແລະ ກັນ ການແລກປ່ຽນນັກສຶກສາ ແລະ ພະນັກງານລະບົບການໃຫ້ທຶນການສຶກສາຊັ້ນສູງ ແລະ ອື່ນໆ.
ທ່ານລັດຖະມົນຕີຊ່ວຍກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ:ອົງການຊີມີໂອໄຣເຣດ ແລະ ປະເທດສະມາຊິກໄດ້ທຸ້ມເທຄວາມພະຍາຍາມສະເໜີມາທັງດ້ານທຶນຮອນ ແລະ ຊັບພະຍາກອນມະນຸດໃນການພັດທະນາການສຶກສາຊັ້ນສູງໃນພາກພື້ນເຊິ່ງເຮັດໃຫ້ໄດ້ຮັບຜົນສຳເລັດໃນ 4 ຂົງເຂດບຸລິມະສິດຄື:ການສົ່ງເສີມການແລກປ່ຽນນັກສຶກສາ ການພັດທະນາຄວາມເປັນຜູ້ນຳການຮຽນຜ່ານສື່ເອເລັກໂຕຣນິກ ແລະ ການສ້າງກຸ່ມຄົ້ນຄວ້າ ແລະ ດັດສະນີອ້າງອີງການຄົ້ນຄວ້າ ສຳລັບ ສປປ ລາວໄດ້ຮ່ວມມືກັບອົງການຊີມີໂອໄຣເຣດ ແລະ ບັນດາປະເທດສະມາຊິກ ກະຊວງ ແລະ ອົງການກ່ຽວຂ້ອງ ໃນການສ້າງຄວາມກົມກຽວດ້ານລະບົບການສຶກສາຊັ້ນສູງເຊິ່ງພາໃຫ້ໄດ້ຮັບຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນໄດ້ມີການປັບປຸງນິຕິກຳໃຫ້ສອດຄ່ອງ ແລະ ສ້າງດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການສຶກສາຊັ້ນສູງຢູ່ ສປປລາວ.