ໃນຕອນເຊົ້າຂອງວັນທີ 19 ກຸມພາ 2024, ຢູ່ສໍານັກງານປະທານາທິບໍດີ, ນະຄອນຫຼວງ ດີລີ, ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ, ທ່ານ ຄຳເຟື້ອງ ພັນທະໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂຮເຊ ຣາໂມສ ອໍຕາ (H.E. Mr. Jose Ramos-Horta), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາກຕາ, ສ.ອິນໂດເນເຊຍ.
ໃນໂອກາດດັ່ງກ່າວ, ພະນະທ່ານ ໂຮເຊ ຣາໂມສ ອໍຕາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສປ ຕີມໍ-ແລັດສະເຕ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດລາວ ຈົ່ງປະສົບຜົນສໍາເລັດອັນຈົບງາມ ໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.
ທ່ານເອກອັກຄະລັດຖະທູດ ຄຳເຟື້ອງ ພັນທະໄຊ ໄດ້ຖືໂອກາດດັ່ງກ່າວ ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ໂຮເຊ ຣາໂມສ ອໍຕາ, ປະທານາທິບໍດີ ແຫ່ງ ສປ ຕີມໍ-ແລັດສະເຕ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນສະໜິດແໜ້ນລະຫວ່າງສອງປະເທດ. ພ້ອມນັ້ນ, ກໍໄດ້ອວຍພອນໄຊອັນປະເສີດແດ່ ພະນະທ່ານປະທານາທິບໍດີ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ, ລວມທັງປະຊາຊົນຕີມໍ-ແລັດສະເຕ ທຸກຖ້ວນໜ້າ ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ.
**************************