ໃນຕອນເຊົ້າຂອງວັນທີ 06 ພຶດສະພາ 20016, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ຢູໂກ ແອສຕູໂທ (Ugo Astuto), ຫົວຫນ້າກົມອາຊີ-ປາຊີຟິກ ປະຈຳຫ້ອງການພົວພັນຕ່າງປະເທດ ຂອງສະຫະພາບເອິຣົບ, ຫົວຫນ້າຄະນະຜູ້ແທນສະຫະພາບເອິຣົບ ແລະ ຄະນະ, ເນື່ອງໃນໂອກາດທີ່ມາຮ່ວມ ກອງປະຊຸມເຈົ້າຫນ້າທີ່ອາວຸໂສກະກຽມ ໃຫ້ແກ່ເວທີປຶກສາຫາລືດ້ານຄວາມຫມັ້ນຄົງຂອງອາຊຽນ (ARF SOM), ທີ່ ຫລວງພະບາງ, ສປປ ລາວ.
ໃນວັນທີ 6 ພຶດສະພາ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ ແລະ ຜູ້ຕາງໜ້າຈາກ ກອງເລຂາອາຊຽນ ເຂົ້າຮ່ວມ.
ໃນລະຫວ່າງວັນທີ 26 ຫາ 28 ເມສາ 2016, ທີ່ ເມືອງອານຸວົງ, ແຂວງໄຊສົມບູນ, ຄະນະວິຊາການ ຊຶ່ງປະກອບດ້ວຍບັນດາຄະນະກົມ ແລະ ຄະນະພະແນກ ຂອງກະຊວງການຕ່າງປະເທດ, ນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ໃຫ້ພະນັກງານແຂວງໄຊສົມບູນ ຕາມການສະເໜີຂອງແຂວງດັ່ງກ່າວ. ໃຫ້ກຽດກ່າວຄຳເຫັນຕໍ່ພິທີເປີດກອງປະຊຸມໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າແຂວງໄຊສົມບູນ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກເມືອງ, ເຈົ້າເມືອງ, ຮອງເຈົ້າເມືອງ, ພະນັກງານຈາກຫ້ອງວ່າການປົກຄອງແຂວງ ແລະ ພະນັກງານຂອງພະແນກການຕ່າງໆອ້ອມຂ້າງແຂວງໄຊສົມບູນ ເຂົ້າຮ່ວມປະມານ 120 ທ່ານ.