ໃນວັນທີ 18-19 ພຶດສະພາ 2016 ນີ້, ທ່ານ ນາງ Tone Skogen, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມສັນທະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນວັນທີ 18 ພຶດສະພາ 2016, ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາ ຫວນຄືນວັນປະຫວັດສາດສຳຄັນຂອງຊາດ ແລະ ສາກົນ ຂຶ້ນ, ເຊິ່ງເອກະສານທີ່ນຳມາເຜີຍແຜ່ ປະກອບມີ 6 ເອກະສານ ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 57 ປີ (18/5/1960-18/5/2016), ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 56 ປີ (24/5/1960-24/5/2016), ວັນເກີດຂອງປະທານ ໂຮ່ຈີ່ມິນ ຄົບຮອບ 126 ປີ (19/5/1890-19/5/2016), ວັນເກີດ ທ່ານ ກາກມາກ ຄົບຮອບ 198 ປີ (5/5/1818-5/5/2016), ວັນໄຊຊະນະ ດຽນບຽນຟູ ຄົບຮອບ 62 ປີ (7/5/1954-7/5/2016) ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄົມໂລກຄັ້ງທີ II ຄົບຮອບ 71 ປີ (9/5/1945-9/5/2016), ໃຫ້ກຽດເຜີຍແຜ່ເອກະສານ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍພະນັກງານ ເຂົ້າຮ່ວມຫລາຍກວ່າ 400 ທ່ານ.
ຫວ່າງບໍ່ດົນມານິ້, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Cait Moran, ເອກອັກຄະລັດຖະທູດ ແຫ່ງ ສາລະນະລັດ ອຽກລັງ ປະຈຳ ສປປ ລາວ ຄົນໃໝ່, ຊຶ່ງມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.