ໃນວັນທີ 07 ເມສາ 2016, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນປະຈຳ ສປປ ລາວ, ທ່ານນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງກະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າເຊັນປຶ້ມໄຫວ້ອາໄລໃນໂອກາດການເຖິງແກ່ມໍລະນະກຳຂອງ ທ່ານ Hans-Dietrich Genscher, ອະດີດລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຊຶ່ງເນື້ອໃນຂອງສານໄຫວ້ອາໄລມີດັ່ງນີ້:
ພວກຂ້າພະເຈົ້າ ຮູ້ສຶກມີຄວາມເສົ້າໂສກເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວການເຖິງແກ່ມໍລະນະກຳຂອງທ່ານ Hans-Dietrich Genscher, ອະດີດລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ເຢຍລະມັນ ໃນວັນທີ 31 ມີນາ 2016.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງລັດຖະບານ ແລະ ປະຊາຊົນເຢຍລະມັນ ກໍ່ຄືຄອບຄົວຂອງທ່ານອະດີດລັດຖະມົນຕີຕ່າງປະເທດ.