ວັນທີ 26 ພຶດສະພາ 2016, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ່ແທນ ຈາກບັນດາກະຊວງຕ່າງໆ ຂອງ ສປປ ລາວ ໂດຍປະກອບມີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ແຂວງ ຫຼວງພະບາງ ແລະ ກົງສຸນໃຫຍ່ລາວ ທີ່ ໜານໜິງ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ຄັ້ງທີ 9 ທີ່ ແຂວງ ກວາງຊີ, ນະຄອນ ໜານໜິງ, ສປ ຈີນ.
ໃນວັນທີ 23 ພຶດສະພາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Hiroyuki Kishino, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານທູດກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ທ່ານລັດຖະມົນຕີຕ່າງປະເທດ ຈົ່ງໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ຂອງຕົນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນສຳເລັດ ແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດລາວ, ຍິນດີໃຫ້ການສະໜັບສະໜູນ ສປປ ລາວໃນການເປັນປະທານອາຊຽນ, ສະແດງຄວາມພໍໃຈຕໍ່ການພົວພັນຮ່ວມມືທີ່ມີໝາກຜົນອັນດີ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ຈະສືບຕໍ່ພົວພັນຮ່ວມມືກັບ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ.
ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2016, ທີ່ ກະຊວງການຕ່າງປະເທດ ໄດ້ຈັດບັ້ນເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຊຸດທີ I ໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງ-ນຳພາຄຸ້ມຄອງຂອງກະຊວງການຕ່າງປະເທດຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ; ມີບັນດາຮອງຫົວໜ້າກົມ, ຄະນະພະແນກ, ປະທານ ແລະ ຮອງປະທານ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຈຳນວນ 228 ສະຫາຍ, ບັ້ນເຊື່ອມຊຶມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 23-25 ພຶດສະພາ 2016.