ໃນວັນທີ 07 ເມສາ 2016, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນປະຈຳ ສປປ ລາວ, ທ່ານນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງກະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າເຊັນປຶ້ມໄຫວ້ອາໄລໃນໂອກາດການເຖິງແກ່ມໍລະນະກຳຂອງ ທ່ານ Hans-Dietrich Genscher, ອະດີດລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຊຶ່ງເນື້ອໃນຂອງສານໄຫວ້ອາໄລມີດັ່ງນີ້:
ກົມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ມອບລົດຕູ້ ຍີ່ຫໍ້ໂຕໂຍຕ້າ HIACE 16 ບ່ອນນັ່ງຈຳນວນ 1 ຄັນ ແລະ ລົດກະບະໂຕໂຍຕ້າ HILUX 4X4, 1 ຄັນ ມີມູນຄ່າລວມ 468.000.000 ກີບ ໃຫ້ແກ່ຫ້ອງການຄະນະກຳມະການຮ່ວມມື ລາວ-ໄທ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານການພົວພັນ ແລະ ການຮ່ວມມື ລາວ-ໄທ ພາຍໃຕ້ຂອບການຮ່ວມມືຂອງຄະນະກຳມາທິການຮ່ວມມື ວ່າດ້ວຍການຮ່ວມມື ລາວ-ໄທ ແລະ ການຮ່ວມມືທາງດ້ານວິຊາການ ລາວ-ໄທ ໃຫ້ສະດວກຂຶ້ນກວ່າເກົ່າ.
ໃນຕອນບ່າຍຂອງວັນທີ 04 ເມສາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ສຳລັບສົກປີ 2014-2015 ໃຫ້ແກ່ໜ່ວຍພັກຫ້ອງການກະຊວງການຕ່າງປະເທດ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງການຕ່າງປະເທດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ; ມີບັນດາສະຫາຍເລຂາ, ຮອງເລຂາຂອງບັນດາໜ່ວຍພັກອອ້ມຂ້າງຄະນະພັກກະຊວງການຕ່າງປະເທດ, ພະນັກງານສະມາຊິກພັກສົມບູນ ແລະ ສຳຮອງຂອງໜ່ວຍພັກຫ້ອງການ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.