ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍພັກຫ້ອງການກະຊວງການຕ່າງປະເທດ ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ

off phuk1  off phuk2

ໃນຕອນບ່າຍຂອງວັນທີ 04 ເມສາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ສຳລັບສົກປີ 2014-2015 ໃຫ້ແກ່ໜ່ວຍພັກຫ້ອງການກະຊວງການຕ່າງປະເທດ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງການຕ່າງປະເທດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ; ມີບັນດາສະຫາຍເລຂາ, ຮອງເລຂາຂອງບັນດາໜ່ວຍພັກອອ້ມຂ້າງຄະນະພັກກະຊວງການຕ່າງປະເທດ, ພະນັກງານສະມາຊິກພັກສົມບູນ ແລະ ສຳຮອງຂອງໜ່ວຍພັກຫ້ອງການ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ສະຫາຍ ເຮືອງແສງ ຄຳດາລາວົງ, ເລຂາໜ່ວຍພັກຫ້ອງການ ໄດ້ຂຶ້ນສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຕາມ 4 ຄາດໝາຍ ແລະ 5 ເນື້ອໃນ ສຳລັບສົກປີ 2014-2015 ແລະ ທິດທາງແຜນການ ສໍາລັບສົກປີ 2016-2017.

ໃນພິທີອັນເຕັມໄປດ້ວຍຄວາມໝາຍ ແລະ ຄວາມສຳຄັນດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງໜ່ວຍພັກຫ້ອງການ ກະຊວງການຕ່າງປະເທດໃນການຊີ້ນຳ-ນຳພາ ການປະຕິບັດໜ້າທີ່ວຽກງານຂອງຫ້ອງການ ຈົນກາຍເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ໄດ້ໃຫ້ທິດຊີ້ນຳແກ່ໜ່ວຍພັກ ໃນການສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາວຽກງານການເມືອງ-ແນວຄິດ ໄປພ້ອມໆກັບວຽກວິຊາສະເພາະ ເພື່ອໃຫ້ສະມາຊິກພັກ-ພະນັກງານມີຄວາມເຂັ້ມແຂງຮອບດ້ານ, ເຮັດສຳເລັດທຸກໜ້າທີ່ການ ເມືອງທີ່ພັກ-ລັດ ມອບໝາຍໃຫ້, ຖືສຳຄັນດ້ານຄຸນນະພາບໃນການກໍ່ສ້າງພັກ-ພະນັກງານ, ເດັດດ່ຽວປັບປຸງແກ້ໄຂຈຸດອອ່ນ ແລະ ຂໍ້ຄົງຄ້າງ, ສືບຕໍ່ຮັກສານາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາ ຮອບດ້ານຕໍ່ໄປ, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເຄື່ອນ ໄຫວລວມຂອງຂະແໜງການຕ່າງປະເທດ ໃຫ້ນັບມື້ນັບໄດ້ຮັບຜົນສຳເລັດ, ຮຽກຮ້ອງໃຫ້ພະນັກງານສະມາຊິກທຸກສະຫາຍ ຈົ່ງສືບຕໍ່ເພີ່ມທະວີຄວາມເປັນແບບຢ່າງໃຫ້ມະຫາຊົນ, ມີສະຕິຕໍ່ການຈັດຕັ້ງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ຍາມໃດກໍ່ຕ້ອງຢືນຢູ່ແຖວໜ້າຂອງທຸກຂະບວນການ ເພື່ອເຮັດສຳເລັດຕາມຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ຕາມຄາດໝາຍຂອງມະຕິກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ໄດ້ວາງໄວ້ ແລະ ເຮັດແນວໃດ ເພື່ອສ້າງໄດ້ສະມາຊິກພັກຫຼັກແຫຼ່ງ ແລະ ສະມາຊິກພັກໜຸ່ມນ້ອຍທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດໃຫ້ຫຼາຍຂຶ້ນໃນອະນາຄົດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484641
ມື້ນີ້157
ມື້ວານ188
ອາທິດນີ້1079
ເດືອນນີ້3946