ໃນວັນທີ 22 ເມສາ 2016, ທີ່ ກະຊວງການຕ່າງປະເທດ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະທດ ໄດ້ໃຫ້ກຽດ ມອບບັດຂອງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກສົມບູນຂອງອົງຄະນະພັກ ກະຊວງການຕ່າງປະເທດ ຊຸດທີ V ຈຳນວນ 38 ສະຫາຍ, ຍິງ 11 ສະຫາຍ ແລະ ເຜີຍແຜ່ເອກະສານ ປະຫວັດສາດສໍາຄັນ ຂອງພັກ-ຂອງຊາດ ຈໍານວນໜື່ງ.
ໃນວັນທີ 19 ເມສາ 2016, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ຄິມ ຊູ ກວານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານທີ່ ທ່ານທູດ ໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ປະເທດ ໃນໄລຍະເວລາ ເກືອບ 03 ປີ. ໃນໂອກາດນີ້, ທ່ານ ຄິມ ຊູ ກວານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ກໍຄືກະຊວງການຕ່າງປະເທດ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ຈົນປະສົບຜົນສຳເລັດເປັນຢ່າງດີ.
ໃນຕອນບ່າຍ ວັນທີ 8 ເມສາ 2016, ທີ່ ຫໍປະຊຸມແຫ່ງຊາດ (NCC), ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2016. ຕາງໜ້າໃຫ້ແກ່ລັດຖະບານ ສປ ຈີນ ມອບໂດຍ ທ່ານ Guan Huabing, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພີຍານ.