ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

​ລັດຖະບານ ​ແຫ່ງ ສປປ ລາວ ປະດັບ​ຫຼຽນ​ກາ​ມິດຕະພາບ​ໃຫ້​ແກ່ ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສ.ເກົາຫລີ

LineSP1 LineSP2

 

ໃນ​ວັນ​ທີ​ 19 ​ເມສາ 2016, ​ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ໄດ້​ຕາງໜ້າ​ໃຫ້​ລັດຖະບານ ​ແຫ່ງ ສປປ ລາວ ປະດັບ​ຫຼຽນ​ກາ​ມິດຕະພາບ​ໃຫ້​ແກ່ ທ່ານ ຄິມ ຊູ ກວານ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ​ເກົາຫລີ ປະຈຳ ສປປ ລາວ ທີ່​ສຳ​​ເລັດ​ການປະຕິບັດໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ ​ແລະ ​ ​ເພື່ອ​ເປັນ​ການ​ຍ້ອງຍໍຊົມ​ເຊີຍຜົນງານ​ທີ່ ທ່ານ​ທູດ ໄດ້​ປະກອບ​ສ່ວນ​​ເຂົ້າ​ໃນການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ ​ໃນໄລຍະເວລາ ເກືອບ 03 ປີ. ໃນ​ໂອກາດ​ນີ້, ທ່ານ ຄິມ ຊູ ກວານ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ​ເກົາຫລີ ປະຈຳ ສປປ ລາວ ກໍ​ໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ ຕໍ່​ລັດຖະບານ ກໍ​ຄືກະຊວງ​ການ​ຕ່າງປະ​ເທດ ສປປ ລາວ ທີ່​ໄດ້​ໃຫ້​ການ​ຮ່ວມ​ມື, ສະໜັບສະໜູນ​ຊ່ວຍ​ເຫຼືອ ​ແລະ ອຳນວຍ​ຄວາມ​ສະດວກ​ຕະຫຼອດ​ໄລຍະການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ການ​ທູດ ​ຢູ່ ສປປ ລາວ ຈົນປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

 

ໃນ​ໄລຍະ​ຜ່ານ​ມາ, ລັດຖະບານ​ ​ແຫ່ງ ສາທາລະນະລັດ ເກົາຫລີ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຫຼື (ODA)ໃນດ້ານການພັດທະນາ ການ​ສຶກສາ, ສາທາລະນະ​ສຸກ ​ແລະ ການ​ພັດທະນາ​ຊົນນະບົດ ສະເລ່ຍ 10-12 ລ້ານໂດລາສະຫະລັດ ຕໍ່ປີ ແລະ ການຊ່ວຍເຫຼືອດັ່ງກ່າວນັ້ນແມ່ນເພີ່ມຂຶ້ນທຸກໆປີ. ນອກນັ້ນ ຍັງໄດ້ເປີດຖ້ຽວບີນໂດຍກົງລະຫວ່າງ ສປປ ລາວ-ສ.ເກົາຫລີ ແລະ ສ.ເກົາຫລີ-ສປປ ລາວ ຫລາຍຖ້ຽວບິນຕໍ່ອາທິດ ​​ເຮັດ​​ຫ້ຈຳນວນນັກທ່ອງທ່ຽວຂອງ ສ.ເກົາຫລີ ທີ່ມາທ່ອງທ່ຽວ ຢູ່ ສປປ ລາວ ​ໃນ​ປີ 2015 ເພີ່ມຂື້ນ 17% ຖ້າທຽບໃສ່ປີ 2014. ນອກ​ນີ້, ທັງເປັນການຊຸກຍູ້ນັກທຸລະກິດຂອງ ສ.​ເກົາຫລີ ມາລົງທຶນຢູ່ ສປປ ລາວ ອີກດ້ວຍ. ເຖິງປະຈຸບັນການລົງທຶນຂອງ ສ.​ເກົາຫລີ ຈັດ​ຢູ່​ອັນ​ດັບ​ທີ 5 ຂອງ​ການ​ລົງທຶນ​ຕ່າງ​ປະເທດ ຢູ່ ສປປ ລາວ ລວມມີ 300 ກວ່າໂຄງການ, ​ໂດຍລວມມີມູນຄ່າປະມານ 880 ກວ່າລ້ານ ໂດລາສະຫະລັດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480212
ມື້ນີ້42
ມື້ວານ157
ອາທິດນີ້610
ເດືອນນີ້6443