ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອຫລ້າ ຈາກລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2016

khg suay china2  khg suay china1

ໃນຕອນ​ບ່າຍ ​ວັນ​ທີ 8 ​ເມສາ 2016, ທີ່ ຫໍປະຊຸມແຫ່ງຊາດ (NCC), ກະຊວງ​ການ​ຕ່າງປະ​ເທດ​ ໄດ້ຈັດພິທີ​ມອບ-​ຮັບ​ເຄື່ອງ​ຊ່ວຍ​ເຫຼືອລ້າຈາກລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2016. ຕາງ​ໜ້າ​ໃຫ້​ແກ່ລັດ​ຖະ​ບານ ສປ ຈີນ ​ມອບໂດຍ ທ່ານ Guan Huabing, ເອກ​ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ນາງ ​ຄຳ​ເພົາ ເອີນ​ທະ​ວັນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໂດຍ​ຊ້ອງໜ້າ​ພະນັກງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພີຍານ.

ເຄື່ອງຊ່ວຍເຫລືອທີ່ນຳມາມອບຄັ້ງນີ້ ປະກອບມີ​ລົດ​ຈິບ​ (ຍີ່​ຫໍ້ DONGFENG SUV) ຈຳນວນ 10 ຄັນ, ລົດ​ເກັງ (ຍີ່​ຫໍ້ BYD SEDAN G6) ຈຳນວນ 20 ຄັນ, ​ເຄື່ອງ X-Ray ກວດ​ຄວາມ​ປອດ​ໄພ ຈຳນວນ 4 ​ເຄື່ອງ, ຄອມ​ພີ​ວ​ເຕີ​ຕັ້ງ​ໂຕະ ຈຳນວນ 150 ໜ່ວຍ, ຄອມພິວເຕີ ແບບພົກພາ (Laptop) ຈຳນວນ 100 ​ໜ່ວຍ ແລະ ອຸປະກອນຮັບໃຊ້ຈຳນວນໜຶ່ງ. ​​ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງກ່າວ​ຈະນຳໃຊ້​​ເຂົ້າໃນ​ການກະກຽມ​ວຽກງານດ້ານ​ຕ່າງໆ ​ໃນ​ການ​​ເປັນເຈົ້າພາບ ແລະ ​ປະທານ​ອາ​ຊຽນ ຂອງ ສປປ ລາວ ​ໃນ​ປີ 2016. ການຊ່ວຍເຫລືອຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ມີຜົນສຳເລັດຢ່າງຈົບງາມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ, ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ສປ ຈີນ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຕະຫລອດມາ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486040
ມື້ນີ້172
ມື້ວານ168
ອາທິດນີ້1077
ເດືອນນີ້5346