ໃນວັນທີ 25 ມີນາ 2016, ທີ່ ສຳນັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງກະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຊັນປຶ້ມໄຫວ້ອາໄລ ຕໍ່ກັບເຫດການວາງລະເບີດສະຫຼະຊີບ ທີ່ ນະຄອນຫຼວງບຣຸກແຊນ, ປະເທດແບນຊິກ ໂດຍມີເນື້ອໃນວ່າ:
“ພວກຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າໂສກ ກ່ຽວກັບ ເຫດການສະຫຍອງຂວັນທີ່ເກີດຂຶ້ນຈາກການກະທຳທີ່ໂຫດຮ້າຍປ່າເຖື່ອນ ຕໍ່ກັບເຫດການວາງລະເບີດໂດຍກຸ່ມກໍ່ການຮ້າຍ ຢູ່ສະໜາມບິນສາກົນ Zaventem ແລະ ສະຖານີລົດໄຟໃຕ້ດິນ Maelbeek ທີ່ ນະຄອນຫຼວງບຣຸກແຊນ, ໃນວັນທີ 22 ມີນາ 2016 ຊຶ່ງເຮັດໃຫ້ມີຜູ້ປະສົບເຄາະຮ້າຍ ແລະ ຖືກບາດເຈັບເປັນຈຳນວນຫຼວງຫຼາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ແບນຊິກ ກໍຄືຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການກະທຳອັນຮຸນແຮງດັ່ງກ່າວ.”