ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN SOM)

 

ASEAN SOM 2016 ASEAN SOM 2016 1

 

 

ໃນວັນທີ 6 ພຶດສະພາ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສຳນັກງານ​ນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ ແລະ ຜູ້ຕາງໜ້າຈາກ ກອງເລຂາອາຊຽນ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້
ໄດ້ສືບຕໍ່ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ໂດຍສະເພາະ ແຜນແມ່ບົດສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ທີ່ບັນດາຜູ້ນຳອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ໃນເດືອນພະຈິກ 2015 ທີ່ຜ່ານມາ ໃຫ້ມີປະສິດທິຜົນ. ນອກ​ນັ້ນ, ກອງ​ປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຂອງໜ່ວຍງານສະເພາະກິດລະດັບສູງ ເພື່ອສົ່ງເສີມຄວາມເຂັ້ມແຂງກອງເລຂາອາຊຽນ ແລະ ທົບທວນອົງກອນຕ່າງໆຂອງອາຊຽນ, ການສະຫມັກເຂົົ້າເປັນພາຄີສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ ອາຊີຕາເວັນອອກ, ການຂະຫຍາຍການຮ່ວມມືກັບພາຍນອກ,​ ບັນຫາການທົບທວນກົດບັດອາຊຽນ, ຄວາມເປັນແກນກາງຂອງອາຊຽນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບ ປະຊາຄົມອາຊຽນ.

  

ສໍາລັບການຮ່ວມມືກັບພາຍນອກ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດສະເຫລີມສະຫລອງການຮ່ວມມື ອາຊຽນ-ລັດເຊຍ ຄົບຮອບ20 ທີ່ຈະຈັດຂື້ນໃນວັນທີ 19-20 ພຶດສະພາ 2016, ຢູ່ ໂຊຈີ, ລັດເຊຍ, ກອງປະຊຸມສຸດຍອດ ສະເຫລີມສະຫລອງການຮ່ວມມື ອາຊຽນ-ຈີນ ຄົບຮອບ 25 ປີ, ກອງປະຊຸມສຸດຍອດອາຊຽນກັບຄູ່ລະຈາໃນຂອບບວກໜຶ່ງ, ບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະຈັດຂື້ນໃນ ເດືອນກັນຍາ 2016 ຢູ່ ສປປ ລາວ.

 

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມສໍາລັບ ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ49, ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດອາຊຽນ+1 ກັບ​ຄູ່​ເຈລະຈາ​ອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະ​ເທດອາຊຽນ+3 ຄັ້ງທີ 17, ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ຄັ້ງທີ 6 ແລະ ກອງປະຊຸມ​ເວທີ​ພາກພື້ນອາຊຽນ ຄັ້ງທີ 23 ທີ່ ສປປ ລາວ ຈະເປັນປະທານ ແລະ ເປັນປະທານຮ່ວມ ຊຶ່ງຈະຈັດຂຶ້ນໃນວັນທີ 21-26 ກໍລະກົດ 2016 ທີ່ ນະຄອນຫຼວງວຽງຈັນ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480348
ມື້ນີ້6
ມື້ວານ172
ອາທິດນີ້746
ເດືອນນີ້6579