ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ມອບບັດໃຫ້ ສະມາຊິກພັກສົມບູນ ຊຸດທີ V ແລະ ເຜີຍແຜ່ ເອກະສານສໍາຄັນຂອງຊາດ

mop-hup-but1  mop-hup-but2

mop-hup-but3  mop-hup-but4

ໃນວັນທີ 22 ເມສາ 2016, ທີ່ ກະຊວງການຕ່າງປະເທດ, ສະຫາຍ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ​​​ເລຂາຄະນະພັກ, ​​​ຮອງລັດຖະມົນຕີກະຊວງການຕ່າງປະ​​​ທດ ໄດ້ໃຫ້ກຽດ ມອບບັດຂອງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກສົມບູນຂອງອົງຄະນະພັກ ກະຊວງການຕ່າງປະເທດ ຊຸດທີ V ຈຳນວນ 38 ສະຫາຍ, ຍິງ 11 ສະຫາຍ ແລະ ເຜີຍແຜ່ເອກະສານ ປະຫວັດສາດສໍາຄັນ ຂອງພັກ-ຂອງຊາດ ຈໍານວນໜື່ງ. ​​​​ ​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​

ໃນໂອກາດນີ້, ສະຫາຍເລຂາ​ ​​​​​​​​​​​​​​​​​ໄດ້ໃຫ້ກຽດໂອ້ລົມ ຕໍ່ສະມາຊິກພັກສົມບູນທີ່ໄດ້ຮັບບັດໃນຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ຈຸດປະສົງຂອງການອອກບັດ-ມອບບັດ ໃຫ້ສະມາຊິກພັກເຊິ່ງເປັນການຊີ້ໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຂອງພັກຕໍ່ສະມາຊິກພັກທີ່ໄດ້ທຸ້ມເທ ສະຕິປັນຍາແລະເຫື່ອແຮງເຂົ້າໃນການປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດຳເນີນພາລະກິດ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ, ພັກເຮົາຍາມໃດກໍຢຶດໝັ້ນ ລັກສະນະຊົນຊັ້ນຂອງພັກ, ເຄົາລົບ ແລະ ປະຕິບັດ ບັນດາຫລັກການທິດນໍາກໍ່ສ້າງພັກ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດເຮັດໃຫ້ພັກມີຄວາມເຕີບໃຫຍ່ເຂັ້ມແຂງຕະຫລອດມາ ​ແລະພ້ອມກັນເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງພັກ, ສຸມກໍາລັງແຮງແລະ ສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ​ ​ແລະແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ VIII ຂອງລັດໃຫ້ປະກົດຜົນເປັນຈິງ.
​ໃນ​ໂອກາດດັ່ງກ່າວ,ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​ໃຫ້​ກຽດ​​ເຜີຍ​ແຜ່​ ເອກະສານ​ປະຫວັດສາດ​ສໍາຄັນ​ ຂອງ​ພັກ-ຂອງ​ຊາດ ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ການ​ກໍາ​ເນີດຂອງ​ພັກ, ຜົນ​ສໍາ​ເລັດ​ແຫ່ງ​ການ​ຊີ້​ນໍາໆ​ພາ​ຂອງ​ພັກ​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ ​ແລະ ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ ຢ່າງ​ມີ​ຫລັກການ, ການ​ປົກ​ປັກ​ຮັກສາ ​ແລະ ການ​ພັດທະນາ​ປະ​ເທດ​ຊາດ, ການ​ຕໍ່​ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ທະຫານ ​ແລະ ປະຊາຊົນ​ ຢູ່​ເມືອງ​ທ່າ​ແຂກ​ໃນ​ການ​ຕ້ານ​ ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ .

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480385
ມື້ນີ້43
ມື້ວານ172
ອາທິດນີ້783
ເດືອນນີ້6616