ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 78 ປີ, ໃນວັນທີ 24 ຕຸລາ 2023, ທີ່ UN House, ອົງການສະຫະປະຊາຊາດ ປະຈຳ ສປປ ລາວ.
ໃນພິທີ ທ່ານ ບາໂຄເດັຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວຄຳເຫັນບາງຕອນ ວ່າ:
ໃນຕອນເຊົ້າຂອງວັນທີ 18 ເມສາ 2023, ທີ່ ຫ້ອງການສະຖານທູດ ຮົງກາຣີ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກຳຂອງ ພະນະທ່ານ ລາຊໂລ ໂຊລໂຢມ, ອະດີດ ປະທານາທິບໍດີ ແຫ່ງ ຮົງກາຣີ ໄດ້ເສຍຊີວິດ, ເຊິ່ງມີເນື້ອໃນດັ່ງນີ້:
“ໃນນາມຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກຈາກໃຈຈິງ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ຮົງກາຣີ ຕະຫຼອດເຖິງ ຄອບຄົວຂອງ ທ່ານ ລາຊໂລ ໂຊລໂຢມ ສຳລັບການສູນເສຍໃນຄັ້ງນີ້”.
ຂໍໃຫ້ດວງວິນຍານ ຂອງ ພະນະທ່ານ ລາຊໂລ ໂຊລໂຢມ ຈົ່ງໄປສູ່ສຸຂະຕິ.
ໃນຕອນບ່າຍຂອງວັນທີ 16 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມກາງສະໄຫມຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄຫມທີ XI, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ), ມີ ບັນດາສະຫາຍກຳມະການຄະນະພັກກະຊວງ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ບັນດາສະມາຊິກກຳມະບານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.