ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂັ້ນສູງ ສປປ ລາວ ສຶບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ແລະ ກອງປະຊຸມປິ່ນອ້ອມລະດັບສູງ, ທີ່ ນິວຢອກ, ສ. ອາເມລິກາ, ໃນວັນທີ 21 ກັນຍາ 2023

    

  

    

20230921 Lao De at UNGA 1 2

20230921 Lao De at UNGA 1 1

20230921 Lao De at UNGA 2

   

ໃນວັນທີ 21 ກັນຍາ 2023, ຄະນະຜູ້ແທນຂັ້ນສູງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78 ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ພາຍໃຕ້ຫົວຂໍ້: ຈາກ ແຜນດໍາເນີນງານ ວຽນນາ ໄປສູ່ ແຜນດໍາເນີນງານ ຄິກາລີ: ການສ້າງທ່າແຮງສໍາລັບແຜນງານແຫ່ງທົດສະວັດໃໝ່ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ການຫັນປ່ຽນຂອງ ປະເທດ LLDCs, ເຊິ່ງໄດ້ຍົກໃຫ້ເຫັນຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ແຜນດໍາເນີນງານ ວຽນນາ ຕະຫຼອດໄລຍະເກືອບໜຶ່ງທົດສະວັດຜ່ານມາ ໂດຍການເຊື່ອມສານຂົງເຂດບຸລິມະສິດຂອງ ແຜນດໍາເນີນງານດັ່ງກ່າວເຂົ້າໃນແຜນພັດທະນາແຫ່ງຊາດ ແລະ ຂະແໜງການໂດຍສະເພາະການພັດທະນາພື້ນຖານໂຄງລ່າງ, ລະບົບຂົນສົ່ງທີ່ມີຄຸນນະພາບຫຼາຍຂື້ນ ແລະ ການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ອານຸພາກພື້ນ ເຊັ່ນ: ການສ້າງຂົວ, ທາງຫຼວງ ແລະ ທາງລົດໄຟ ລວມເຖິງການສ້າງທ່າບົກ ແລະ ຈຸດຄ່ຽນຖ່າຍສິນຄ້າ ແນໃສ່ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ມີການສ້າງແຜນດຳເນີນງານສະບັບໃໝ່ ໂດຍສືບຕໍ່ສຸມໃສ່ບຸລິມະສິດ ແລະ ຄວາມຕ້ອງການຂອງ ປະເທດ LLDCs ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງ, ການເຊື່ອມຈອດໃນພາກພື້ນ, ການຄ້າ ແລະ ການອຳນວຍຄວາມສະດວກດ້ານການຄ້າ ແລະ ການຄົມມະນາຄົມ ກໍຄືການເຊື່ອມຈອດດ້ານດິຈິຕອນ.

  

ໃນມື້ດຽວກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເປັນປະທານຮ່ວມກັບ ສາທາລະນະລັດ ໂດມິນີກັນ ສຳລັບກອງປະຊຸມລະດັບລັດຖະມົນຕີຕ່າງປະເທດສາມຝ່າຍ ເວທີປຶກສາຫາລືຂອບການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 5 (The 5th FEALAC Troika). ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງພາກພື້ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຕ່າງໆຜ່ານມາ ເປັນຕົ້ນແມ່ນ ຜົນກອງປະຊຸມຂອງ ກອງເລຂາອິນເຕີເນັດ FEALAC ຄັ້ງທີ 13 ປີ 2023, ກອງທຶນ FEALAC Trust Fund ແລະ ການກະກຽມເອກະສານແນວຄວາມຄິດ ກ່ຽວກັບ ກົນໄກໝູນວຽນການເປັນປະເທດປະສານງານປະຈຳພາກພື້ນ ທີ່ເປັນຂໍ້ລິເລີ່ມຂອງ ສປປ ລາວ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດແຫ່ງອະນາຄົດ (Summit of the Future),  ເຊິ່ງຈະຈັດຂື້ນໃນວັນທີ 22-23 ກັນຍາ 2024.

  

  

  

20230921 Lao De at UNGA 3

    

ພ້ອມດຽວກັນນັ້ນ, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີ ປະເທດດ້ອຍພັດທະນາ (LDCs) ໂດຍຍົກໃຫ້ເຫັນເຖິງສິ່ງທ້າທາຍທີ່ປະເທດ LDCs ກຳລັງປະເຊີນຢູ່, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຄວາມພະຍາຍາມ ໃນການພັດທະນາປະເທດຂອງຕົນ. ສະນັ້ນ, ປະເທດເຫລົ່ານີ້ ຍິ່ງມີຄວາມຕ້ອງການ ການສະໜັບສະໜູນຈາກສາກົນ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານໂດຮາ. ພ້ອມກັນນີ້, ສປປ ລາວ ກໍໄດ້ແຈ້ງກ່ຽວກັບຄວາມພະຍາຍາມເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງໃນປັດຈຸບັນ ກໍາລັງຢູ່ໃນຂະບວນການສ້າງ ແລະ ຮັບຮອງເອົາ ຍຸດທະສາດຂ້າມຜ່ານຢ່າງໂລ່ງລ່ຽນ ເພື່ອຮັບປະກັນວ່າ ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ຈະບໍ່ສົ່ງຜົນກະທົບຕໍ່ສະພາບການພັດທະນາຂອງປະເທດ ໂດຍລວມ.

   

  

  

20230921 Lao De at UNGA 4

    

ໃນວັນດຽວກັນນັ້ນ, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມທີ່ສຳຄັນ ທີ່ຕິດພັນກັບຂະແໜງການຂອງຕົນ ເຊິ່ງປະກອບດ້ວຍກອງປະຊຸມລະດັບສູງວ່າດ້ວຍ ການປົກຄຸມສຸຂະພາບທົ່ວປວງຊົນ (High Level Meeting on Universal Health Coverage), ແລະ ກອງປະຊຸມໂຕະມົນລັດຖະມົນຕີ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໃນພາກພື້ນອາຊີ-ປາຊີຟິກ (Ministerial Roundtable on Migration, Environmental and Climate Change in the Asia-Pacific Region).

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486866
ມື້ນີ້102
ມື້ວານ157
ອາທິດນີ້528
ເດືອນນີ້259