ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I

 

WhatsApp Image 2023 10 12 at 175312

 

ໃນວັນທີ 12 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອາລເບີດທ໌ ຈົວ (Albert Chua), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I, ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 12-13 ຕຸລາ 2023, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ສິງກະໂປ ໃຫ້ມີບາດກ້າວອັນໃຫມ່ໃນອະນາຄົດ.

 

ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດລາວ ແລະ ທ່ານ ອາລເບີດທ໌ ຈົວ, ຮອງລັດຖະມົນຕີຕ່າງປະເທດ ສິງກະໂປ. ໃນໂອກາດນີ້, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມປຶກສາຫາລື ຄັ້ງນີ້, ເຊິ່ງຈະໄດ້ເປັນພື້ນຖານອັນສຳຄັນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ສິງກະໂປ ໃຫ້ກ້າວເຂົ້າສູ່ລ່ວງເລີກ ແລະ ມີຜົນສຳເລັດອັນໃຫມ່ໃຫຍ່ກວ່າເກົ່າ ໃນຕໍ່ຫນ້າ. ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນການທູດ ລາວ-ສິງກະໂປ ຕະຫຼອດໄລຍະ 49 ປີ (ເລີ່ມແຕ່ປີ 1974) ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ, ການພົວພັນຮ່ວມມືຂອງບັນດາຫົວຫນ່ວຍທຸລະກິດ, ການຮ່ວມມືດ້ານ ການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ຝ່າຍລາວ ສະແດງຄວາມຊົມເຊີຍທີ່ເຫັນວ່າ ການຄ້າ-ການລົງທຶນ ຂອງສິງກະໂປຢູ່ ສປປ ລາວ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະກອບມີ 83 ໂຄງການ, ລວມມູນຄ່າການລົງທຶນທັງຫມົດ 362 ລ້ານໂດລາສະຫະລັດ (ຈັດຢູ່ອັນດັບ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ) ແລະ ໃນໄລຍະ 5 ປີ ຫຼັງນີ້ ການຄ້າສອງຝ່າຍ ສາມາດບັນລຸ 451,4 ລ້ານໂດລາສະຫະລັດ, ໃນນັ້ນ ຝ່າຍລາວ ສະເໜີໃຫ້ສືບຕໍ່ຊຸກຍູ້ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ, ໂດຍສະເພາະແມ່ນ ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ການຜະລິດກະສິກຳ, ພະລັງງານສີຂຽວ (ພະລັງງານນ້ຳ, ແສງຕາເວັນ ແລະ ລົມ), ການທ່ອງທ່ຽວ, ການບໍລິການໂຮງແຮມ, ແຮງງານ ແລະ ອື່ນໆ, ໃນນີ້, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການຕໍ່ສັນຍາການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ບໍລິສັດ ໄຟຟ້າລາວ (EDL) ແລະ ບໍລິສັດໄຟຟ້າ Keppel Electric Pte ຈຳກັດ ແລະ ພິຈາລະນາຂະຫຍາຍສັນຍາຈາກ ໄລຍະ 2 ປີ ຂຶ້ນເປັນ 5 ປີ ໃນຕໍ່ຫນ້າ. ພ້ອມດຽວກັນນີ້, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ຄວາມຄືບຫນ້າໃນການຮ່ວມມືດ້ານສິ່ງແວດລ້ອມ ເປັນຕົ້ນ ການຈັດການແຫລ່ງນ້ຳ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຫຼຸດຜ່ອນປະລິມານການປ່ອຍກາສ໌ເຮືອນແກ້ວ ອອກສູ່ສິ່ງແວດລ້ອມ; ປຶກສາຫາລືກັນ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືໃນໂຄງການ ຊື້-ຂາຍ ກາກບອນ (Carbon Credit) ໃນຕໍ່ຫນ້າ, ເຊິ່ງ ຝ່າຍສິງກະໂປ ຍິນດີໃຫ້ຄຳປຶກສາ ແລະ ຖ່າຍຖອດບົດຮຽນແກ່ຝ່າຍລາວ ໂດຍສະເພາະ ບໍລິສັດຂອງສິງກະໂປ ທີ່ມີປະສົບການໃນດ້ານນີ້ ເຂົ້າມາລົງທຶນໃນ ສປປ ລາວ. ໃນໂອກາດດຽວກັນນີ້, ສອງຝ່າຍ ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມການສະເຫຼີມສະຫຼອງ ຄົບຮອບ 50 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ໃນປີ 2024 ທີ່ຈະມາເຖິງ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ, ເປັນຕົ້ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ ບັນດາພະນັກງານລັດຖະກອນ, ນັກການທູດ ຈົນເຖິງການນຳຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງງານ, ລວມທັງ ການສົ່ງບັນດາອາສາສະຫມັກ, ຄູອາຈານ ແລະ ຜູ້ຊ່ຽວຊານ ເຂົ້າມາຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆຢ່າງຫຼວງຫຼາຍ. ພິເສດ ລັດຖະບານສິງກະໂປ ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ປະຊາຊົນ ສິງກະໂປ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ຫນ້າ, ໂດຍສະເພາະ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

 

ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ອາລເບີດທ໌ ຈົວ ໄດ້ສະແດງຄວາມຍິນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ປະສານສົມທົບກັນຢ່າງໃກ້ຊິດກັບຝ່າຍລາວ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ສິງກະໂປ-ລາວ ໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສິງກະໂປ-ລາວ, ສະແດງຄວາມຍິນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ ແລະ ອື່ນໆ. ພ້ອມນີ້, ຝ່າຍ ສິງກະໂປ ໄດ້ສະແດງຄວາມຍິນດີຈະສືບຕໍ່ການເປັນປະທານຮ່ວມ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ໃນປີ 2024, ເຊິ່ງຈະຈັດຂຶ້ນທີ່ ປະເທດ ສິງກະໂປ.

 

ໃນຕອນແລງຂອງວັນດຽວກັນ, ຄະນະຜູ້ແທນ ສິງກະໂປ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນສິງກະໂປ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງທັງສອງຝ່າຍ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ສາມາດຈັດຕັ້ງປະຕິບັດ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I ຂຶ້ນຢ່າງເປັນທາງການ, ເຊິ່ງຈະເປັນພື້ນຖານອັນດີໃຫ້ແກ່ ການນໍາຂັ້ນສູງຂອງສອງຝ່າຍ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ສິງກະໂປ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ ແລະ ມີຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486839
ມື້ນີ້75
ມື້ວານ157
ອາທິດນີ້501
ເດືອນນີ້232