ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

 

Cluster

 

ໃນລະຫວ່າງວັນທີ 11 - 14 ກັນຍາ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ່ 11, ຈັດຂື້ນທີ່ ເຊີແນວ, ປະເທດສວິດສ.

ສປປ ລາວ ໃນນາມປະເທດລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions - CCM) ໄດ້ເຂົ້າຮ່ວມກອງະຊຸມປະຈຳປີເພື່ອລາຍງານຄວາມຄືບໜ້າການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍຄັ້ງນີ້ ທ່ານ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຫົວໜ້າຄະນະ ໄດ້ກ່າວຄຳເຫັນໃນພາກອະພິປາຍທົ່ວໄປ ໂດຍໄດ້ຢ້ຳຄືນນະໂຍບາຍ ແລະ ຄວາມໝາຍໝັ້ນທາງການເມືອງຂອງ ສປປ ລາວ ໃນນາມປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫລາຍທີ່ສຸດໃນໂລກ ທີ່ໄດ້ສະໜັບສະໜູນ ແລະ ໃຫ້ຄວາມສຳຄັນຕໍ່ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນການປົກປ້ອງຊີວິດຂອງປະຊາຊົນ ຈາກລະເບີດບໍ່ທັນແຕກ. ພ້ອມດຽວກັນນັ້ນ ຄະນະຜູ້ແທນ ສປປ ລາວ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດການສຳລວດ ກວດກູ້ ລະເບີດບໍ່ທັນແຕກ (ລບຕ), ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ການຜັນຂະຫຍາຍສົນທິສັນຍາສາກົນເຂົ້າໃນນິຕິກຳພາຍໃນ ເພື່ອຮັບປະກັນການແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ໃນໂອກາດດັ່ງກ່າວ ຄະນະຜູ້ແທນ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດຄູຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ແລະ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ຊ່ວຍເຫລືອປະເທດທີ່ໄດ້ຮັບກະທົບຈາກລະເບີດລູກຫວ່ານ ເພື່ອສືບຕໍ່ປົກປ້ອງຊີວິດປະຊາຊົນ ແລະ ອຳນວຍຄວາມສະແດວກໃຫ້ການປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ.

ນອກຈາກການປະກອບຄຳເຫັນລາຍງານຕໍ່ກອງປະຊຸມແລ້ວ, ຄະນະຜູ້ແທນກໍ່ໄດ້ມີການພົບປະສອງຝ່າຍກັບຫລາຍພາກສ່ວນ ໂດຍສະເພາະແມ່ນການປຶກສາຫາລືກັບກອງເລຂາສົນທິສັນຍາເພື່ອກະກຽມບົດລາຍງານການຕໍ່ໄລຍະເວລາການຈັດຕັ້ງປະຕິບັດມາດຕາ 4 ໃນການສຳຫລວດ ກວດກູ້ ລະເບີດບໍ່ທັນແຕກ ພາຍໃຕ້ສົນທິສັນຍາ CCM ທີ່ ສປປ ລາວ ມີພັນທະໃນການສົ່ງບົດສະເໜີຂໍຕໍ່ໄລຍະເວລາດັ່ງກ່າວໃນປີ 2024.

ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນສົນທິສັນຍາສາກົນທີ່ໄດ້ຖືກຮັບຮອງໃນປີ 2009 ແລະ ສປປ ລາວ ເປັນປະເທດທີ່ສອງທີ່ໄດ້ລົງນາມ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງລັດພາຄີສົນທິສັນຍາ CCM ຄັ້ງທຳອິດໃນປີ 2010 ທີ່ນະຄອນຫຼວງວຽງຈັນ. ປັດຈຸບັນ ສົນທິສັນຍາ CCM ມີລັດພາຄີຈຳນວນ 112 ປະເທດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456161
ມື້ນີ້166
ມື້ວານ214
ອາທິດນີ້1198
ເດືອນນີ້166