ໃນວັນທີ 10 ພະຈິກ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານ Pablo Kang, ຫົວໜ້າໜ່ວຍງານກະກຽມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ເພື່ອສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ, ຊຶ່ງຈະຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.
ໃນວັນທີ 07-09 ພະຈິກ 2023, ກະຊວງການຕ່າງປະເທດ ຮ່ວມກັບ ໜ່ວຍງານກອງທຶນຮ່ວມມືອາຊຽນ-ຈີນ ທີ່ມີສໍານັກງານຕັ້ງຢູ່ ຈາກາກຕາ, ອິນໂດເນເຊຍ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ການສົ່ງເສີມກອງທືນການຮ່ວມມືອາຊຽນ-ຈີນ ແລະ ການສ້າງເອກະສານໂຄງການຮ່ວມມື ອາຊຽນ-ຈີນ ທີ່ ແຂວງ ຫຼວງພະບາງ. ໃຫ້ກຽດກ່າວເປີດ ກອງປະຊຸມສໍາມະນາຄັ້ງນີ້ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ທ່ານ Fu Fengshan, ອຸປະທູດຊົ່ວຄາວ ຂອງ ສໍານັກງານ ສປ. ຈີນ ປະຈໍາ ອາຊຽນ ທີ່ ຈາກາກຕາ ແລະ ທ່ານ Dameria Rimta Silangit, ຫົວໜ້າພະແນກຄຸ້ມຄອງໂຄງການ ແລະ ການຮ່ວມມືດ້ານແຜນການ, ກອງເລຂາອາຊຽນ. ກອງປະຊຸມສໍາມະນາຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 60 ທ່ານ ຈາກ 17 ກະຊວງ.