ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ

  

  

20231003 MoFA 3 Orgs1

20231003 MoFA 3 Orgs2

20231003 MoFA 3 Orgs3

  

  

ເພື່ອເປັນການຂໍ່ານັບຮັບຕ້ອນ ວັນການທູດລາວ ຄົບຮອບ 78 ປີ ໃນວັນທີ 12 ຕຸລາ 2023 ທີ່ຈະມາເຖິງນີ້, 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມຂຶ້ນ ໃນວັນທີ 3 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ; ມີ ພະນັກງານຈາກກົມກອງ ພາຍໃນກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ເຊັ່ນ: ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ ປະມານ 130 ທ່ານ; ໃນນັ້ນ, ມີຜູ້ບໍລິຈາກເລືອດ ຈໍານວນ 44 ທ່ານ. ກິດຈະກໍາດັ່ງກ່າວ ຍັງໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຂອງບັນດາພາກທຸລະກິດຈໍານວນໜຶ່ງ ຢ່າງເປັນຂະບວນຟົດຟື້ນ.

         

ໃນພິທີເປີດ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງວັນການທູດລາວ ວັນທີ 12 ຕຸລາ 1945, ເຊິ່ງກົງກັບວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກໄດ້ຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ ອັນໄດ້ເປັນການໄຂສັງກາດໃໝ່ ເຮັດໃຫ້ສາກົນໄດ້ຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາເປັນເວລາຫຼາຍຮ້ອຍປີ ຍ້ອນໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ພາຍຫຼັງການປະກາດເອກະລາດໂຮມລາວ ໃນວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະ ໄດ້ປະກາດນະໂຍບາຍ 12 ຂໍ້, ເຊິ່ງໃນນັ້ນໄດ້ກ່າວເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ຄັ້ງທໍາອິດຂອງລັດຖະບານລາວອິດສະຫຼະ ຄື: “ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”, ອັນໄດ້ກາຍເປັນພື້ນຖານສໍາຄັນຂອງການດໍາເນີນນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ ໃນປັດຈຸບັນ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ທັງປະຕິບັດຕາມທິດນໍາ “ເພີ່ມມິດ ຫຼຸດຜ່ອນສັດຕູ” ຕາມແນວທາງການປ່ຽນແປງໃໝ່ຂອງພັກ ແລະ ສືບຕໍ່ລົງເລິກປະຕິບັດຄໍາຂວັນການຕ່າງປະເທດ ທີ່ວ່າ: “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”.

         

ນອກຈາກກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມໃນຄັ້ງນີ້ແລ້ວ, ກະຊວງການຕ່າງປະເທດ ຍັງໄດ້ຈັດກິດຈະກໍາງານຕະຫຼາດນັດຈໍາໜ່າຍສິນຄ້າ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂຶ້ນໃນວັນທີ 8 ກັນຍາ 2023 ຜ່ານມາ, ເຊິ່ງເປັນໂຄງການພາຍໃຕ້ວຽກງານແກ້ໄຂສະບຽງອາຫານ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມປີຜ່ານມາ ແລະ ສະພາບເສດຖະກິດໃນປັດຈຸບັນ.

  

  

 

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486844
ມື້ນີ້80
ມື້ວານ157
ອາທິດນີ້506
ເດືອນນີ້237