ວັນທີ 29 ກັນຍາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເປັນປະທານກອງປະຊຸມປຶກສາຫາລື ລະຫວ່າງ ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ຂອງ ສປປ ລາວ ເພື່ອປຶກສາຫາລື ແລະ ສັງລວມບູລິມະສິດ ສຳລັບ ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024.