ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດສາມຝ່າຍ ເວທີປຶກສາຫາລືຂອບການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC Troika) ຄັ້ງທີ 5

 

FEALAC1

 

 ໃນວັນທີ 21 ກັນຍາ 2023, ທີ່ ນິວຢອກ, ສ.ອາເມລິກາ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ຮ່ວມກັບ ສາທາລະນະລັດ ໂດມິນີກັນ ໄດ້ເປັນປະທານຮ່ວມ (Co-chair) ໃນກອງປະຊຸມລັດຖະມົນຕີຕ່າງປະເທດສາມຝ່າຍ ຂອງເວທີປຶກສາຫາລືຂອບການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 5 (The 5th FEALAC Troika) ເຊິ່ງມີບັນດາລັດຖະມົນຕີຕ່າງປະເທດ ແລະ ຄະນະຜູ້ແທນຈາກປະເທດສະມາຊິກ FEALAC Troika ເຂົ້າຮ່ວມ ຄື: ສປປ ລາວ, ສ.ໂດມິນິກັນ, ສ.ເກົາຫຼີ, ໄທ, ກົວເຕມາລາ ແລະ ໂກສະຕາຣິກາ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືຂອບການຮ່ວມມືດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນຫ້ເປັນຮູບປະທຳຍິ່ງຂຶ້ນ ໂດຍສະເພາະແມ່ນຂອບການຮ່ວມມື ລະຫວ່າງ ສອງພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ໃຫ້ມີປະສິດທິຜົນກວ່າເກົ່າ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານຄວບຄືບໜ້າການຈັດຕັ້ງປະຕິບັດ ບັນດາວຽກງານຕ່າງໆຜ່ານມາ ເປັນຕົ້ນ: ຜົນກອງປະຊຸມຂອງກອງເລຂາອິນເຕີເນັດ FEALAC ຄັ້ງທີ 13 ປີ 2023, ກອງທຶນ FEALAC Trust Fund, ແລະ ການກະກຽນເອກະສານແນວຄວາມຄິດ ກ່ຽວກັບ ກົນໄກໝູນວຽນການເປັນປະເທດປະສານງານປະຈຳພາກພື້ນ ທີ່ເປັນຂໍ້ລິເລີ່ມຂອງ ສປປ ລາວ. ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບ ສປປ ລາວ ສະເໜີເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 22 ໃນຮູບແບບທາງໄກ ເພື່ອຮັບຮອງເອົາເອກະສານດັ່ງກ່າວຂ້າງເທິງ ຄາດວ່າຈະຈັດຂຶ້ນໃນເດືອນມັງກອນ 2024. ກອງປະຊຸມ FEALAC Troika ແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ແບບ 3 ຝ່າຍ ຄື: ປະເທດປະສານງານຜູ້ເກົ່າ, ຜູ້ປະຈຸບັນ ແລະ ຜູ້ຕໍ່ໄປ ປະຈຳແຕ່ລະພາກພື້ນ, ເຊິ່ງຈະຈັດຄຽງຄູ່ກັບກອງປະຊຸມສະມັດຊາໃຫຍ່ ຂອງ ສປຊ ໃນເດືອນກັນຍາ ຂອງທຸກໆປີ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486876
ມື້ນີ້112
ມື້ວານ157
ອາທິດນີ້538
ເດືອນນີ້269