ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດໂຄງການ ແລະ ກອງປະຊຸມປຶກສາຫາລືພາຍໃນ ເພື່ອກະກຽມຈັດຕັ້ງປະຕິບັດໂຄງການ ໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ

  

  

   

20230913 Mekong Lanchang at VV 4

  

  

ໃນວັນທີ 13 ກັນຍາ 2023, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດໂຄງການ ແລະ ກອງປະຊຸມປຶກສາຫາລືພາຍໃນ ເພື່ອກະກຽມຈັດຕັ້ງປະຕິບັດໂຄງການ ໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ    ໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (Conference of Post-COVID 19 economic recoveries through bio-circular-green (BCG) economic growth model of Mekong-Lancang Cooperation and Build Green Belt and Road) ທີ່ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ,     ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາສະຖານເອກອັກຄະລັດຖະທູດປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳ ສປປ ລາວ (ກໍາປູເຈຍ, ສປ ຈີນ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມລວມທັງໝົດ ຈຳນວນ 80 ທ່ານ.

  

  

  

20230913 Mekong Lanchang at VV 1

20230913 Mekong Lanchang at VV 2

   

  

ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ປະສົບການດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ເພື່ອວາງແຜນທິດທາງ ໃນຕໍ່ໜ້າ ກ່ຽວກັບ ການຟື້ນຟູເສດຖະກິດໃນຮູບແບບການໝູນວຽນເສດຖະກິດສີຂຽວພາຍຫຼັງໂຄວິດ-19 ແລະ ຜົນກະທົບຂອງການຖົດຖອຍເສດຖະກິດໂລກ. ພ້ອມທັງ, ສ້າງຄວາມເຂົ້າໃຈ ກ່ຽວກັບນະໂຍບາຍການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໂດຍສະເພາະ ການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ ແລະ ການລົງທຶນ ພາຍໃຕ້ຮູບແບບການໝູນວຽນເສດຖະກິດສີຂຽວ; ເພື່ອຮ່ວມກັນບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ (Sustainable Development Goals - SDGs).

  

   

    20230913 Mekong Lanchang at VV 3

20230913 Mekong Lanchang at VV 5

       

  

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລືແບບກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນສົມບູນ ໂດຍເນັ້ນໃສ່ການຟື້ນຟູເສດຖະກິດພາຍໃຕ້ຮູບແບບການໝູນວຽນເສດຖະກິດສີຂຽວ (Bio-Circular-Green - BCG) ແລະ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດໃນການຟື້ນຟູເສດຖະກິດ ເຊັ່ນ: ການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ ພາກພື້ນ ແລະ ສາກົນ, ກາລະໂອກາດ ແລະ ສິ່ງທ້າທາຍ ຕາມທິດທາງຮູບແບບການໝູນວຽນເສດຖະກິດສີຂຽວ, ການຈັດຕັ້ງປະຕິບັດນະໂຍບາຍພະລັງງານສະອາດ ແລະ ຜົນປະໂຫຍດຂອງການນຳໃຊ້ພະລັງງານດັ່ງກ່າວ, ນະໂຍບາຍ ແລະ ມາດຕະການດ້ານສິ່ງແວດລ້ອມຕໍ່ກັບການດຳເນີນທຸລະກິດ ແລະ ການສົ່ງເສີມທາງການຄ້າຕາມທິດທາງການພັດທະນາແບບຍືນຍົງ ເພື່ອສົ່ງເສີມນະໂຍບາຍການຫັນເປັນກະສິກຳສະອາດ ແລະ ທັນສະໄໝ ພ້ອມທັງສົ່ງເສີມການທ່ອງທ່ຽວ ສປປ ລາວ ໃນຮູບແບບການອະນຸລັກທຳມະຊາດ ເພື່ອໃຫ້ການນຳໃຊ້ຮູບແບບເສດຖະກິດໝູນວຽນສີຂຽວ ກາຍເປັນໜຶ່ງໃນກຳລັງແຮງໃນການສົ່ງເສີມເສດຖະກິດໃຫ້ມີການພັດທະນາຢ່າງເປັນບາດກ້າວໃນອະນາຄົດ.

   

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486881
ມື້ນີ້117
ມື້ວານ157
ອາທິດນີ້543
ເດືອນນີ້274