ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I

 

WhatsApp Image 2023 10 12 at 175312

 

ໃນວັນທີ 12 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອາລເບີດທ໌ ຈົວ (Albert Chua), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I, ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 12-13 ຕຸລາ 2023, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ສິງກະໂປ ໃຫ້ມີບາດກ້າວອັນໃຫມ່ໃນອະນາຄົດ.

 

ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດລາວ ແລະ ທ່ານ ອາລເບີດທ໌ ຈົວ, ຮອງລັດຖະມົນຕີຕ່າງປະເທດ ສິງກະໂປ. ໃນໂອກາດນີ້, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມປຶກສາຫາລື ຄັ້ງນີ້, ເຊິ່ງຈະໄດ້ເປັນພື້ນຖານອັນສຳຄັນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ສິງກະໂປ ໃຫ້ກ້າວເຂົ້າສູ່ລ່ວງເລີກ ແລະ ມີຜົນສຳເລັດອັນໃຫມ່ໃຫຍ່ກວ່າເກົ່າ ໃນຕໍ່ຫນ້າ. ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນການທູດ ລາວ-ສິງກະໂປ ຕະຫຼອດໄລຍະ 49 ປີ (ເລີ່ມແຕ່ປີ 1974) ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ, ການພົວພັນຮ່ວມມືຂອງບັນດາຫົວຫນ່ວຍທຸລະກິດ, ການຮ່ວມມືດ້ານ ການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ຝ່າຍລາວ ສະແດງຄວາມຊົມເຊີຍທີ່ເຫັນວ່າ ການຄ້າ-ການລົງທຶນ ຂອງສິງກະໂປຢູ່ ສປປ ລາວ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະກອບມີ 83 ໂຄງການ, ລວມມູນຄ່າການລົງທຶນທັງຫມົດ 362 ລ້ານໂດລາສະຫະລັດ (ຈັດຢູ່ອັນດັບ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ) ແລະ ໃນໄລຍະ 5 ປີ ຫຼັງນີ້ ການຄ້າສອງຝ່າຍ ສາມາດບັນລຸ 451,4 ລ້ານໂດລາສະຫະລັດ, ໃນນັ້ນ ຝ່າຍລາວ ສະເໜີໃຫ້ສືບຕໍ່ຊຸກຍູ້ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ, ໂດຍສະເພາະແມ່ນ ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ການຜະລິດກະສິກຳ, ພະລັງງານສີຂຽວ (ພະລັງງານນ້ຳ, ແສງຕາເວັນ ແລະ ລົມ), ການທ່ອງທ່ຽວ, ການບໍລິການໂຮງແຮມ, ແຮງງານ ແລະ ອື່ນໆ, ໃນນີ້, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການຕໍ່ສັນຍາການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ບໍລິສັດ ໄຟຟ້າລາວ (EDL) ແລະ ບໍລິສັດໄຟຟ້າ Keppel Electric Pte ຈຳກັດ ແລະ ພິຈາລະນາຂະຫຍາຍສັນຍາຈາກ ໄລຍະ 2 ປີ ຂຶ້ນເປັນ 5 ປີ ໃນຕໍ່ຫນ້າ. ພ້ອມດຽວກັນນີ້, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ຄວາມຄືບຫນ້າໃນການຮ່ວມມືດ້ານສິ່ງແວດລ້ອມ ເປັນຕົ້ນ ການຈັດການແຫລ່ງນ້ຳ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຫຼຸດຜ່ອນປະລິມານການປ່ອຍກາສ໌ເຮືອນແກ້ວ ອອກສູ່ສິ່ງແວດລ້ອມ; ປຶກສາຫາລືກັນ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືໃນໂຄງການ ຊື້-ຂາຍ ກາກບອນ (Carbon Credit) ໃນຕໍ່ຫນ້າ, ເຊິ່ງ ຝ່າຍສິງກະໂປ ຍິນດີໃຫ້ຄຳປຶກສາ ແລະ ຖ່າຍຖອດບົດຮຽນແກ່ຝ່າຍລາວ ໂດຍສະເພາະ ບໍລິສັດຂອງສິງກະໂປ ທີ່ມີປະສົບການໃນດ້ານນີ້ ເຂົ້າມາລົງທຶນໃນ ສປປ ລາວ. ໃນໂອກາດດຽວກັນນີ້, ສອງຝ່າຍ ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມການສະເຫຼີມສະຫຼອງ ຄົບຮອບ 50 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ໃນປີ 2024 ທີ່ຈະມາເຖິງ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳ ພາກພື້ນອາຊີ-ປາຊີຟິກ

 

OIF 5 10 23

 

ໃນວັນທີ 5 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Edgar Doerig, ຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ ທີ່ຮ່າໂນ່ຍ, ຊຶ່ງໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 04-06 ຕຸລາ 2023.

 

OIF 5 10 232

 

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ  Edgar Doerig, ທີ່ໄດ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ, ຊຶ່ງມີຫ້ອງການຕັ້ງຢູ່ ຮ່າໂນ່ຍ, ປະເທດ ສສ. ຫວຽດນາມ, ແລະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເປັນຄັ້ງທຳອິດນັບແຕ່ໄດ້ເຂົ້າຮັບຕຳແໜ່ງ ເຊິ່ງຖືເປັນຂີດໝາຍສຳຄັນ ແລະ ຄວາມເອົາໃຈໃສ່ຂອງອົງການ ຝຣັງໂກໂຟນີສາກົນ(Organisation International de la Francophonie-OIF) ທີ່ມີຕໍ່ບັນດາປະເທດສະມາຊິກຂອງອົງການ OIF ທີ່ພາກພື້ນອາຊີ-ປາຊີຟິກ ເວົ້າລວມ, ເວົ້າສະເພາະຕໍ່ ສປປ ລາວ, ແນໃສ່ເພື່ອເສີມຂະຫຍາຍສາຍພົວພັນລະຫວ່າງ ສປປ ລາວ ແລະ ອົງການ OIF ໃຫ້ນັບມື້ນັບດີຂື້ນ . ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງອົງການ OIF ຕະຫຼອດ ໄລຍະທີ່ຜ່ານມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນຂົງເຂດວຽກງານການສຶກສາ, ສາທາ ລະນະສຸກ ແລະ ຂະແໜງການອື່ນໆ ໂດຍສະເພາະແມ່ນການສົ່ງເສີມ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃນດ້ານການນຳໃຊ້ພາສາຝຣັ່ງ.

ອ່ານເພີ່ມເຕີມ... 

3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ

  

  

20231003 MoFA 3 Orgs1

20231003 MoFA 3 Orgs2

20231003 MoFA 3 Orgs3

  

  

ເພື່ອເປັນການຂໍ່ານັບຮັບຕ້ອນ ວັນການທູດລາວ ຄົບຮອບ 78 ປີ ໃນວັນທີ 12 ຕຸລາ 2023 ທີ່ຈະມາເຖິງນີ້, 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມຂຶ້ນ ໃນວັນທີ 3 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ; ມີ ພະນັກງານຈາກກົມກອງ ພາຍໃນກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ເຊັ່ນ: ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ ປະມານ 130 ທ່ານ; ໃນນັ້ນ, ມີຜູ້ບໍລິຈາກເລືອດ ຈໍານວນ 44 ທ່ານ. ກິດຈະກໍາດັ່ງກ່າວ ຍັງໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຂອງບັນດາພາກທຸລະກິດຈໍານວນໜຶ່ງ ຢ່າງເປັນຂະບວນຟົດຟື້ນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486907
ມື້ນີ້143
ມື້ວານ157
ອາທິດນີ້569
ເດືອນນີ້300