ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ລົງເຄື່ອນໄຫວວຽກງານ ຢູ່ ເມືອງວຽງທອງ, ແຂວງບໍລິຄໍາໄຊ

 

20231102 DM Phoxay Viengthong 01

 

20231102 DM Phoxay Viengthong 02

 

ໃນວັນທີ 2 ພະຈິກ 2023, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຜູ້ຕາງໜ້າຂອງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງບໍລິຄໍາໄຊ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງວຽງທອງ, ແຂວງບໍລິຄໍາໄຊ, ຊຶ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ, ຮອງເຈົ້າແຂວງແຂວງບໍລິຄໍາໄຊ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ອ່ານເພີ່ມເຕີມ... 

ກອງປະຊຸມເວທີປຶກສາຫາລືລະດັບລັດຖະມົນຕີ ໂຄງການພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

   

  

20231026 27 DFM BL 120231026 27 DFM BL 2    

    

ໃນຕອນບ່າຍຂອງວັນທີ 26 ຕຸລາ 2023 ທີ່ ຮ່າໂນ້ຍ, ສສ ຫວຽດນາມ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືລະດັບລັດຖະມົນຕີ ໂຄງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດ ເພື່ອການພັດທະນາ (OECD-SEARP), ຊຶ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກ 38 ປະເທດສະມາຊິກ OECD, 10 ປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ແລະ ເລຂາທິການໃຫຍ່ຂອງອົງການ OECD ພ້ອມດ້ວຍຜູ້ຕາງໜ້າຈາກສະຖາບັນການເງິນຈຳນວນໜຶ່ງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ອົດສະຕຼາລີ ແລະ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມມື ເພື່ອການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ (Strengthening Partnerships for Sustainable and Quality Investment).

ອ່ານເພີ່ມເຕີມ... 

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຄັ້ງທີ 21

 

ASEAN China SOM 27 10 23

 

ໃນວັນທີ 26 ຕຸລາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຄັ້ງທີ 21 ທີ່ ປັກກີ່ງ, ສປ.ຈີນ ພາຍໃຕ້ການເປັນປະທານຮ່ວມຂອງ ມຽນມາ ແລະ ສປ ຈີນ.

 ກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ແລະ ຮັບຊາບຄວາມຄືບໜ້າຂອງການເຈລະຈາກົດແຫ່ງການປະພຶດໃນທະເລຈີນໃຕ້.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486885
ມື້ນີ້121
ມື້ວານ157
ອາທິດນີ້547
ເດືອນນີ້278